ໃນວັນທີ 13 ມີນາ 2017, ຢູ່ທີ່ດ່ານປາງໄຮ ເມືອງສິງ ແຂວງ ຫຼວງນໍ້າທາ ເຊິ່ງເປັນດ່ານທີ່ຕິດກັບ ສປ ຈີນ, ໄດ້ຈັດພິທີເປີດໂຄງການສາງພັກ-ຄ່ຽນຖ່າຍສິນຄ້າ ເພື່ອອໍານວຍຄວາມສະດວກການບໍລິການຢູ່ດ່ານໃຫ້ມີຄວາມວ່ອງໄວ ແລະ ກາຍເປັນຈຸດດຶງດູດໃຫ້ແກ່ນັກລົງທຶນ ເພື່ອ ສ້າງໃຫ້ເປັນເງື່ອນໄຂໃນການພັດທະນາເສດຖະກິດ. ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຫຼ ສີປະເສີດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຄໍາຜາຍ ເສົາຈັນຖາ ເຈົ້າເມືອງ ເມືອງສິງ ແລະ ທ່ານ ຕົ່ງລີ ເຢຍເຊັ່ງ ຜູ້ອໍານວຍການບໍລິສັດຮ່ວມໃຈພັດທະນາຄົບວົງຈອນຈໍາກັດຜູ້ດຽວ, ໂຄງການດັ່ງກ່າວແມ່ນໃດໃຊ້ເວລາໃນການກໍ່ສ້າງ 12 ເດືອນ.

ການສ້າງຕັ້ງ ແລະ ເປີດນໍາໃຊ້ໂຄງການສາງພັກ-ຄ່ຽນຖ່າຍສິນຄ້າ ແມ່ນການລົງທຶນຂອງພາກສ່ວນເອກະຊົນພາຍໃນ 100% ມີມູນຄ່າການລົງທຶນທັງໝົດ 28 ຕື້ກີບ, ມີທຶນຈົດທະບຽນ 8 ຕື້ 8 ຮ້ອຍລ້ານກີບ, ມີອາຍຸສໍາປະທານ 30 ປີ ແລະ ເມື່ອໝົດສັນຍາເຊົາກໍ່ສາມາດຕໍ່ສັນຍາໄດ້ 02 ຄັ້ງ ຕາມການຕົກລົງເຫັນດີຂອງສອງຝ່າຍ. ໃນເບື້ອງຕົ້ນແມ່ນໄດ້ບຸກເບີກການກໍ່ສ້າງປັບເດີ່ນ, ອັດແໜ້ນ ແລະ ສ້າງສາງ 01 ຫຼັງ ຄິດເປັນມູນຄ່າ 2 ຕື້ 534 ລ້ານກວ່າກີບ ແລະ ໃນໄລຍະທີ 2 ໄດ້ມີການກໍ່ສ້າງບັນດາໜ້າວຽກເຊັ່ນ: ການກໍ່ສ້າງຫ້ອງການ 01 ຫຼັງ, ສາງຄ່ຽນຖ່າຍສິນຄ້າໃນຮົ່ມ 01 ຫຼັງ, ຈົມພູ, ຖົມເດີ່ນ, ປັບໜ້າດີນ ແລະ ໃສ່ຫີນ-ແຮ່ອັດແໜ້ນ ມີມູນຄ່າ 2 ຕື້ 700 ລ້ານກີບ, ລວມມູນຄ່າການກໍ່ສ້າງໃນສອງໄລຍະຂອງໂຄງການນີ້ມີມູນລາຄ່າລວມທັງໝົດ 5 ຕຶ້ 234 ລ້ານກວ່າກີບ. ໂຄງການດັ່ງກ່າວແມ່ນສ້າງບ່ອນຈົດລົດ ແລະ ເປັນສາງຄ່ຽນຖ່າຍສິນຄ້າເຂົ້າ-ອອກພາຍໃນ ແລະ ອໍານວຍຄວາມສະດວກໃຫ້ແກ່ບັນດານັກທຸລະກິດທີ່ນໍາສິນຄ້າເຂົ້າ-ອອກ ຕາມດ່ານຊາຍແດນດັ່ງກ່າວໃຫ້ມີປະສິດທິຜົນ ແລະ ວ່ອງໄວໃນການຂົນສົ່ງສິນຄ້າ.

ທ່ານ ອາລຸນ ແສນມະນີກຸນ ຮອງອໍານວຍການບໍລິສັດຮວ່ມໃຈພັດທະນາຄົບວົງຈອນຈໍາກັດຜູ້ດຽວ ໄດ້ກ່າວວ່າ: ການສ້າງສາງຄ່ຽນຖ່າຍສິນຄ້າໃນຄັ້ງນີ້ແມ່ນໄດ້ສ້າງສິ່ງອໍານວຍຄວາມສະດວກໃນການບໍລິການຢູ່ດ່ານໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວໃນການບໍລິການ ໂດຍມີສະໜາມຈອດລົດ, ສາງຄ່ຽນຖ່າຍສິນຄ້າໃນຮົ່ມ ແລະ ອື່ນໆ ບໍລິສັດດັ່ງກ່າວຍັງມີແຜນທີຈະສ້າງປໍ້ານໍ້າມັນ, ເຮືອນພັກ, ໂຮງແຮມ ແລະ ອື່ນໆອີກ. ພາຍຫຼັງເປີດການນໍາໃຊ້ຢ່າງເປັນທາງການແລ້ວ, ທາງບໍລິສັດຈະໄດ້ນໍາໃຊ້ໃບບິນເກັບເງີນຂອງຂະແໜງສ່ວຍສາອາກອນ ແລະ ປະຕິບັດການມອບພັນທະໃຫ້ລັດຖະບານຕາມລະບຽບກົດໝາຍການການລົງທຶນ ຂອງ ສປປ ລາວ.

ໂຄງການດ່ັງກ່າວ ແມ່ນເປີດໃຫ້ ບໍລິການທຸກໆມື້ ວັນຈັນ-ວັນອາທິດ, ໃນເວລາ 07:00-17:00.

ແຫຼ່ງຂໍ້ມູນ: ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນໍ້າທາ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?