ຄະນະກຳມະການຂາຍໄມ້ຂັ້ນແຂວງ ແຂວງສະຫວັນນະເຂດ ແຈ້ງເຖິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳປະຈຳແຂວງສະຫວັນນະເຂດ, ສະມາຄົມປຸງແຕ່ງໄມ້ແຫ່ງຊາດ, ສະມາຄົມເຟີນິເຈີ້ລາວ, ໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ້ໄມ້ສຳເລັດຮູບທົ່ວປະເທດ ເພື່ອເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງແຂວງສະຫວັນນະເຂດ ຄື:

1.    ສະບັບທີ 01: ຈຳນວນ 4,718 (ສີ່ພັນເຈັດຮ້ອຍສິບແປດຕັບ/ເສັ້ນ), ບໍລິມາດ 219.979 ແມັດກ້ອນ (ສອງຮ້ອຍສິບເກົ້າຈຸດເກົ້າເຈັດເກົ້າແມັດກ້ອນ) ຂອງລິດ 298,964 ແມັດກ້ອນ ສະໜາມ 2 ຢູ່ເດີ່ນ ປກສ ແຂວງ, ຄ້າຍ ປກສ ແດນສະຫວັນ ເມືອງເຊໂປນ ແລະ ສະໜາມພູຕູບມູບ ເມືອງພິນ.

2.    ສະບັບທີ02: ຈຳນວນ 93 ທ່ອນ, ບໍລິມາດ 275.374 ແມັດກ້ອນ (ສອງຮ້ອຍເຈັດສິບຫ້າຈຸດສາມເຈັດສີ່), ສະໜາມ 2 ຢູ່ ຈຸດຫ້ວຍປະໃຍ, ບ້ານ ພູຜານາງ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ.

3.    ສະບັບທີ 03: ຈຳນວນ 384 ຕັບ/ແປຮູບ ແລະ 12 ເສົາ, ບໍລິມາດ 68.401 (ຫົກສິບແປດຈຸດສີ່ຮ້ອຍໜຶ່ງ), ສະໜາມ 2 ຢູ່ເດີ່ນກອງບັນຊາການທະຫານເມືອງທ່າປາງທອງ.

ສຳລັບເງື່ອນໄຂ ຂອງຜູ້ເຂົ້າຮ່ວມການປະມູນມີດັ່ງນີ້:

-       ເປັນບໍລິສັດ/ໂຮງງານປຸງແຕ່ງໄມ້ ທີ່ໄດ້ຜ່ານການດັດສົມ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດດ້ານການຜະລິດ ແລະ ປຸງແຕ່ງໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ;
-       ມີໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນ, ໃບອະນຸຍາດດຳເນີນກິກຈະການໂຮງງານປຸງແຕ່ງໄມ້ ແລະ ໃບອະນຸຍາດອື່ນໆ ຖືກຕ້ອງຕາມລະບຽບຫຼັກການ ແລະ ຕ້ອງເປັນໂຮງງານ ທີ່ບໍ່ເຄີຍເຮັດຜິດກ່ຽວກັບທຸລະກິດໄມ້, ບໍ່ມີໜີ້ສິນຄ້າງຊຳລະພັນທະໄມ້ກັບທາງພາກລັດ;
-       ເປັນສະມາຊິກຂອງສະມາຄົມປຸງແຕ່ງໄມ້ປະຈຳແຂວງ ຫຼື ສະມາຊິກສະມາຄົມປຸງແຕ່ງໄມ້-ເຟີນິເຈີລາວ;
-       ມີໃບຢັ້ງຢືນຖານະການເງິນ (Bank statement) ຈາກທະນາຄານ ທີ່ມີມູນຄ່າຫຼາຍຫວ່າມູນຄ່າສະເໜີການປະມູນ;

ໃນການເຂົ້າຮ່ວມການປະມູນຊື້ໄມ້ ຜູ້ເຂົ້າປະມູນຕ້ອງສົ່ງຊອງປະມູນມາຍັງຄະນະກຳມະການປະມູນຊື້ໄມ້ຂັ້ນແຂວງ ຈຳນວນ 02 ຊອງ ຄື: ຊອງເງື່ອນໄຂຂອງໂຮງງານທີ່ເຂົ້າຮ່ວມປະມູນ (ເອກະສານຕ່າງໆຂອງໂຮງງານໄມ້) ແລະ ຊອງໃສ່ລາຄາປະມູນຊື້ໄມ້ຂອງທາງໂຮງງານ.

ຜູ້ທີ່ມີເງື່ອນໄຂ ສາມາດຕິດຕໍ່ຊື້ຊອງປະມູນໄດ້ທີ່ ພະແນກອຸດສາຫະກຳ ແລະ ການຄ້າ (ຂະແໜງນຳເຂົ້າ ແລະ ສົ່ງອອກ) ແຂວງສະຫວັນນະເຂດ ໂທ 020 9991 6333 ໃນລາຄາຊອງລະ 1,000,000 ກີບ ໃນລະຫວ່າງວັນທີ 20 ມີນາ 2017 – 06 ເມສາ 2017. ກຳນົດການລົງກວດກາເບິ່ງສະໜາມໄມ້ ແລະ ໄມ້ ວັນທີ 4-5 ເມສາ 2017. ເປີດຊອງປະມູນໄມ້ ເວລາ 9:00 ຂອງວັນທີ 07 ເມສາ 2017 ທີ່ຫ້ອງປະຊຸມຊັ້ນ 2 ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ.

ເບິ່ງແຈ້ງການລະອຽດ ແລະ ບັນຊີໄມ້: ກົດທີ່ນີ້

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?