“ຝຶກອົບຮົມ ວິທີນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ” ໄດ້ຈັດຂື້ນ ໃນວັນທີ 29-30 ມີນາ 2017 ຢູ່ທີ່ ໂຮງແຮມ ດາວສະຫວັນ, ແຂວງສະຫວັນນະເຂດ ໂດຍ ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈໍາກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງໄດ້ຮັບກຽດເປັນປະທານໂດຍ: ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໄດ້ຮັບການກ່າວຕ້ອນຮັບຈາກ ທ່ານ ໂພສີສ້ອຍ ກຸທິລາດ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ. ການຝຶກອົບຮົມ ໄດ້ເຊື້ອເຊີນຜູ້ເຂົ້າຮ່ວມຈາກພາກລັດ ຄື: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ພາກທຸລະກິດ ທີ່ມາຈາກ 03 ແຂວງ (ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງສາລະວັນ) ເຂົ້າຮ່ວມ ຈຳນວນທັງໝົດ 75 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ສ້າງຄວາມຮັບຮູ້ ແລະ ສອນວິທີນຳໃຊ້ ກໍຄືການເຂົ້າຫາ ແລະ ຄົ້ນຫາ ຂໍ້ມູນຂ່າວສານທາງດ້ານການຄ້າ ໃນເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ (www.laotradeportal.gov.la), ໂດຍສະເພາະ ຂໍ້ມູນບັນດານິຕິກຳ, ລະບຽບກົດໝາຍ ທີ່ກ່ຽວຂ້ອງກັບການນຳເຂົ້າ, ການສົ່ງອອກ ແລະ ຜ່ານແດນສິນຄ້າ.

ທ່ານ ເຂັມເດັດ ສີຫາວົງ ກ່າວວ່າ: “ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເປັນຕົວຢ່າງທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານລາວ ໃນການສ້າງຄວາມໂປ່ງໃສໃຫ້ເກີດມີໃນການດຳເນີນທຸລະກິດການຄ້າຢູ່ໃນ ສປປ ລາວ ໂດຍສ້າງຈຸດເຂົ້າຫາຂໍ້ມູນດຽວ ທີ່ຮວບຮວມຂໍ້ມູນຂ່າວສານດ້ານການຄ້າທີ່ເປັນປະໂຫຍດດຕະການງທີ່ສະແດງໃຫ້ເຫັນເຖິງນ  ໂດຍສະເພາະ ບັນດານິຕິກຳ, ລະບຽບການ, ມາດຕະການ ແລະ ຂັ້ນຕອນການນໍາເຂົ້າ-ສົ່ງອອກ ຂອງທຸກຂະແໜງການ ທີ່ປິ່ນອ້ອມວຽກງານການຄ້າຕ່າງປະເທດ ຊ່ວຍໃຫ້ທັງພາກລັດ ແລະ ຜູ້ປະກອບການດ້ານການຄ້າ ສາມາດເຂົ້າເຖິງຂໍ້ມູນທີ່ຕ້ອງການ ໂດຍຜ່ານເຄືອຂ່າຍອິນເຕີເນັດ ແລະ ຊ່ວຍໃຫ້ຜູ້ຄ້າຂາຍສາມາດຕິດຕໍ່ພົວພັນກັບຂະແໜງການຂອງ ລັດທີ່ກ່ຽວຂ້ອງກັບການນຳເຂົ້າ, ການສົ່ງອອກສິນຄ້າ ແລະ ນຳສິນຄ້າຜ່ານແດນ ໄດ້ຢ່າງສະດວກ ງ່າຍດາຍ ແລະ ວ່ອງໄວຂຶ້ນ ຊຶ່ງຈະຊ່ວຍປະຫຍັດເວລາ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ.”

ຜູ້ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ ໄດ້ເອົາໃຈໃສ່ຮັບຟັງການບັນຍາຍຂອງຜູ້ບັນຍາຍຢ່າງກະຕືລືລົ້ນ ພ້ອມທັງໄດ້ຕັ້ງຄຳຖາມເຈາະຈີ້ມ ກ່ຽວກັບ ຂໍ້ມູນທາງດ້ານເຕັກນິກທີ່ຕິດພັນກັບການຄ້າ ໂດຍສະເພາະ ແມ່ນວິທີການຊອກຫານິຕິກຳ, ການເຂົ້າເບິ່ງອັດຕາພາສີ, ວິທີເຂົ້າເບິ່ງອັດຕາພາສີຂອງປະເທດປາຍທາງ, ການສົ່ງຄຳຖາມ ແລະ ອື່ນໆ. ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ມີການມອບໃບຢັ້ງຢືນການຈົບຫຼັກສູດຝຶກອົບຮົມວິທີນຳໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ.

ພາຍຫຼັງສູນຂໍ້ມູນຂ່າວສານທາງດ້ານການຄ້າ ໄດ້ເປີດໂຕນຳໃຊ້ຢ່າງເປັນທາງການ ກໍ່ໄດ້ຈັດຝຶກອົບຮົມໃນລັກສະນະນີ້ມາແລ້ວ 09 ຄັ້ງ ໃຫ້ແກ່ທັງພາກລັດ ແລະ ທຸລະກິດ ຢູ່ທັງໃນນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ. ແລະ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມທີ່ເປັນຫ້ອງການປະຈຳ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ກໍ່ຍັງຈະໄດ້ສືບຕໍ່ ຈັດຕັ້ງປະຕິບັດວຽກງານການເຜີຍແຜ່ ແລະ ຝຶກອົບຮົມໃນລັກສະນະນີ້ຕໍ່ໄປ ຢູ່ໃນຂອບເຂດທົ່ວປະເທດ ເພື່ອສ້າງຄວາມຮູ້ ກ່ຽວກັບວິທີນຳໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຢ່າງກວ້າງຂວາງ ແລະ ທົ່ວເຖິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?