ຄະນະສະເພາະກິດ ແກ້ໄຂໄມ້ຢູ່ແຂວງຊຽງຂວາງ ແຈ້ງເຖິງ ບັນດາສະມາຄົມອຸດສາຫະກຳປຸງແຕ່ງໄມ້ສຳເລັດຮູບແຫ່ງຊາດ, ສະມາຄົມເຟີນິເຈີ້ລາວ, ບັນດາໂຮງງານປຸງແຕ່ງໄມ້, ທຸລະກິດໄມ້ໃນຂອບເຂດທົ່ວໄປະເທດ ເພື່ອເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງແຂວງຊຽງຂວາງ ຄື:

1.    ໄມ້ຢູ່ສະໜາມ 2, ເມືອງໝອກ, ແຂວງຊຽງຂວາງ ລວມມີ 28 ສະໜາມ (28 ບັນຊີໄມ້).

2.    ຈຳນວນໄມ້ທັງໝົດ ມີ 8,293 ທ່ອນ, ລວມບໍລິມາດ 21. 356, 872 ແມັດກ້ອນ. ເຊິ່ງເປັນໄມ້ຄຸ້ມຄອງ 1, 2, 3,

ລາຍລະອຽດແຕ່ລະບັນຊີ, ຊະນິດໄມ້ ໃຫ້ຜູ້ສົນໃຈປະສານນຳຄະນະກຳມະການສະເພາະກິດ ໂທ: 020 9606 4888, 020 2222 4289, 020 5540 2781).

ເງື່ອນໄຂ ຂອງຜູ້ເຂົ້າຮ່ວມການປະມູນ ຕ້ອງເປັນໂຮງງານປຸງແຕ່ງໄມ້ ຫຼື ໂຮງງານເຟີນິເຈີ ຢູ່ ສປປ ລາວ ທີ່ມີທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດດຳເນີນທຸລະກິດດ້ານການຜະລິດ ແລະ ປຸງແຕ່ງໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍ, ມີໃບຢັ້ງຢືນຖານະການເງິນຢູ່ ສປປ ລາວ, ມີປະຫວັດການດຳເນີນທຸລະກິດຈະແຈ້ງ.

ທ່ານທີ່ສົນໃຈ ສາມາດຊື້ຊອງປະມູນໄດ້ ຕັ້ງແຕ່ວັນທີ 16-30 ມີນາ 2017 ທີ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ຫຼື ຂັ້ນສູນກາງ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ຕິດຕໍ່ພົວພັນ ທີ່ໂທ 021 412 008 ຫຼື 5549 9071.

ລາຄາຊອງປະມູນ ແມ່ນ 1,000,000 ກີບ/ຊອງ. ຜູ້ປະມູນ ຕ້ອງຖືຊອງໄວ້ກັບຕົນເອງ ຈົນຮອດເວລາ 9:00 ເຊົ້າ ຂອງວັນທີ 31 ມີນາ 2017 ຈື່ງຍື່ນໃຫ້ຄະນະກຳມະການປະມູນ ທີ່ຫ້ອງປະຊຸມໃຫຍ່ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ. ຖ້າກາຍຖືວ່າສະລະສິດ. ສ່ວນມື້ເປີດຊອງປະມູນແມ່ນວັນທີ 31 ມີນາ 2017 ເວລາ 10:00 ເຊົ້າ ຢູ່ຫ້ອງປະຊຸມໃຫຍ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ.

# ຫົວຂໍ້ ດາວໂຫຼດ
1 Invitation for bid of seized timbers of Xiengkhuang Province PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?