ການໃຫ້ສັດຕະຍາບັນ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ຂອງ 4 ປະເທດ ຄື: ລາວັນດາ, ໂອມານ, ແຊດ ແລະ ຈໍແດນ ໃນວັນທີ 22 ກຸມພາ 2017 ທີ່ຜ່ານມາ ໄດ້ເຮັດໃຫ້ຈຳນວນປະເທດທີ່ໃຫ້ສັດຕະຍາບັນ ສັນຍາ ອຄ ມີຈຳນວນ 113 ປະເທດ ຫຼື ຫຼາຍພຽງພໍ ທີ່ຈະເຮັດໃຫ້ ສັນຍາ ອຄ ມີຜົນບັງຄັບໃຊ້. ການມີຜົນບັງຄັບໃຊ້ຂອງສັນຍາສະບັບດັ່ງກ່າວນີ້ ຈະຊ່ວຍໃຫ້ການເຄື່ອນຍ້າຍສິນຄ້າ, ການປ່ອຍສິນຄ້າ ແລະ ແຈ້ງສິນຄ້າອອກຈາກດ່ານ ມີຄວາມວ່ອງໄວຂື້ນ, ເປັນການສ້າງບັນຍາກາດໃໝ່ໃຫ້ແກ່ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ສ້າງກົນໄກອັນສຳຄັນໃຫ້ແກ່ການຄ້າ ກໍຄືລະບົບການຄ້າຫຼາຍຝ່າຍ.

ທ່ານ Roberto Azevêdo, ຫົວໜ້າອົງການການຄ້າໂລກ ກ່າວວ່າ “ການທີ່ສັນຍາ ອຄ ມີຜົນສັກສິດນຳໃຊ້ນີ້ ຖືເປັນຜົນສຳເລັດ 2 ຢ່າງ ຄື: ອັນທຳອິດ ແມ່ນສະແດງເຖິງການປະຕິບັດພັນທະຂອງສະມາຊິກໃນລະບົບການຄ້າຫຼາຍຝ່າຍ ແລະ ການປະຕິບັດຕາມຂໍ້ຜູກມັດຂອງປະເທດສະມາຊິກຕາມຂໍ້ຕົກລົງ ໃນກອງປະຊຸມທີ່ບາຫຼີ. ອັນທີສອງ, ແມ່ນໝາຍຄວາມວ່າພວກເຮົາສາມາດຈັດຕັ້ງປະຕິບັດສັນຍາດັ່ງກ່າວໄດ້ແລ້ວ ເຊິ່ງຈະຊ່ວຍຫຼຸດຄ່າໃຊ້ຈ່າຍທາງການຄ້າໄດ້ທົ່ວໂລກ. ນອກຈາກນີ້, ພວກເຮົາກໍສາມາດລິເລິ່ມໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ໃຫ້ແກ່ປະເທດດ້ອຍພັດທະນາໃນການຈັດຕັ້ງປະຕິບັດສັນຍາດັ່ງກ່າວ.”

ໃນການຈັດຕັ້ງປະຕິບັດສັນຍາ ອຄ ນີ້, ປະເທດພັດທະນາແລ້ວ ມີພັນທະໃນການຈັດຕັ້ງປະຕິບັດສັນຍາ ດັ່ງກ່າວ ໂດຍອີງຕາມລະບຽບການປະຕິຮູບການອຳນວຍຄວາມສະດວກທາງດ້ານການຄ້າທັນທີ ເຊິ່ງນອນໃນ 12 ມາດຕາ. ສັນຍາ ອຄ ໄດ້ກຳນົດຫຼາຍມາດຕະການໃນການປັບປຸງຄວາມໂປ່ງໃສ ແລະ ຄວາມສາມາດຄາດເດົາໄດ້ ຂອງການຄ້າຕ່າງປະເທດ, ພ້ອມທັງຫຼຸດຜ່ອນການເລືອກປະຕິບັດໃນແວດລ້ອມການດຳເນີນທຸລະກິດ. ມາດຕະການ ຂອງ ສັນຍາ ອຄ ປະກອບມີ ການປັບປຸງການເຜີຍແຜ່ ແລະ ການຈັດພິມຂໍ້ມູນ ກ່ຽວກັບ ຂັ້ນຕອນການຄ້າຕ່າງປະເທດ ແລະ ການຈັດຕັ້ງປະຕິບັດ, ການປັບປຸງການຍື່ນອຸທອນຂອງຜູ້ປະກອບການ, ການຫຼຸດຄ່າທຳນຽມ ແລະ ຂັ້ນຕອນ ກ່ຽວກັບ ການນຳເຂົ້າ-ສົ່ງອອກ ສິນຄ້າ, ການຫຼຸດຂັ້ນຕອນການແຈ້ງພາສີ ແລະ ສົ່ງເສີມເງື່ອນໄຂໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນໃຫ້ມີເສລີພາບ. ນອກຈາກນີ້, ສັນຍາ ອຄ ກໍໍຍັງປະກອບມີມາດຕະການ ເພື່ອເຮັດໃຫ້ການຮ່ວມມືລະຫວ່າງຂະແໜງພາສີ ແລະ ຂະແໜງການອື່ນໆ ມີປະສິດຕິພາບ ໃນການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ສອດຄ່ອງກັບລະບຽບພາສີ.

ສຳລັບປະເທດກຳລັງພັດທະນາ ຈະເລີ່ມປະຕິບັດ ສັນຍາ ອຄ ພຽງແຕ່ບາງສ່ວນ ຕາມທີ່ໄດ້ກຳນົດໄວ້ໃນ “ໝວດ A” ໂດຍທັນທີ, ນອກຈາກນີ້ ກໍຕ້ອງລະບຸວ່າ ຈະເລີ່ມປະຕິບັດມາດຕະການທີ່ນອນໃນໝວດ B ໃນເວລາໃດ ເຊັ່ນດຽວກັນກັບມາດຕະການທີ່ນອນໃນໝວດ C ຕ້ອງໄດ້ກຳນົດໄລຍະເວລາ ແລະ ຄວາມຕ້ອງການການຊ່ວຍເຫຼືອ ເຮັດໃຫ້ການປະຕິບັດພັນທະບັນດາດັ່ງກ່າວສຳເລັດ ເຊິ່ງໝວດດັ່ງກ່າວນີ້ສາມາດຈັດຕັ້ງປະຕິບັດໄດ້ພາຍຫຼັງ. ສຳລັບປະເທດດ້ອຍພັດທະນາ (ເຊິ່ງລວມມີ ສປປ ລາວ) ແມ່ນຈະໄດ້ຮັບເວລາຢືດຢຸ່ນຫຼາຍກວ່າປະເທດກຳລັງພັດທະນາໃນການແຈ້ງການປະຕິບັດພັນທະຕາມໝວດດັ່ງກ່າວ. ມາຮອດປະຈຸບັນນີ້ ປະເທດສະມາຊິກອົງການການຄ້າໂລກໄດ້ແຈ້ງ “ໝວດ A” ແລ້ວ 90 ປະເທດ.

ແຫຼ່ງທີ່ມາ: ອົງການການຄ້າໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?