ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ອອກ ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016 ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງການນຳເຂົ້າ ແລະ ການຈຳໜ່າຍ ອຸປະກອນໄອຊີທີ ເພື່ອຮັບປະກັນຄຸນນະພາບ ແລະ ມາດຕະຖານອຸປະກອນໄອຊີທີ ແນໃສ່ຄວາມເປັນລະບຽບ, ປອດໄພ ແລະ ຍຸຕິທຳ ຕໍ່ຜູ້ຊົມໃຊ້ ແລະ ສັງຄົມ.

ຂໍ້ຕົກລົງດັ່ງກ່າວ ກຳນົດໃຫ້ ຜູ້ທີ່ມີຈຸດປະສົງໃນການດໍາເນີນທຸລະກິດ ນໍາເຂົ້າ ຫຼື ຈໍາໜ່າຍ ອຸປະກອນ ໄອຊີທີຕ້ອງມີເງື່ອນໄຂຄື:

-        ມີທຶນພຽງພໍ ຕາມທີ່ກຳນົດໃນກົດໝາຍວິສະຫະກິດ ແລະ ກົດໝາຍທີ່ກ່ຽວຂ້ອງ;
-        ມີບຸກຄະລາກອນທີ່ມີຄວາມຮູ້ລະດັບຊັ້ນກາງຂຶ້ນໄປ ແລະ ມີປະສົບການດ້ານໄອຊີທີ ຢ່າງໜ້ອຍ ໜຶ່ງປີ;
-        ມີສະຖານທີ່, ບ່ອນເກັບມ້ຽນ, ພາຫະນະຂົນສົ່ງ ແລະ ອຸປະກອນຮັບໃຊ້ ໃນການປະຕິບັດວຽກງານດ້ານຕ່າງໆຢ່າງພຽງພໍ ແລະ ເໜາະສົມກັບຂະໜາດຂອງກິດຈະການ;
-        ມີແຜນດຳເນີນທຸລະກິດຢ່າງຈະແຈ້ງ ແລະ ສາມາດປະຕິບັດໄດ້;
-        ປະກອບເອກະສານ ຕາມທີ່ກໍານົດໃນເອກະສານຊ້ອນທ້າຍ ຢ່າງຄົບຖ້ວນ ແລະ ຖືກຕ້ອງ.

ການນຳເຂົ້າອຸປະກອນໄອຊີທີທຸກຄັ້ງ ຜູ້ດຳເນີນການ ຕ້ອງຂໍໃບຢັ້ງຢືນການນຳເຂົ້າອຸປະກອນ ຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອກວດກາ ແລະ/ຫຼື ຢັ້ງຢືນ ມາດຕະຖານເຕັກນິກ ແລະ ຄວາມປອດໄພ ເປັນຕົ້ນ ມາດຕະຖານຂອງອົງການສະຫະພາບໂທລະຄົມມະນາຄົມສາກົນ, ສະມາຄົມວິສະວະກໍາໄຟຟ້າ-ເອເລັກໂຕຣນິກ, ສະມາຄົມຜູ້ໃຫ້ບໍລິການດ້ານອຸດສາຫະກໍາເຄື່ອຂ່າຍໂທລະສັບມືຖື ຫຼື ມາດຕະຖານແຫ່ງຊາດ. ສຳລັບອຸປະກອນທີ່ຕ້ອງກວດກາທາງດ້ານເຕັກນິກ ຕ້ອງໄດ້ສົ່ງຕົວຢ່າງອຸປະກອນ ແລະ ລາຍລະອຽດຕ່າງໆ ກ່ອນການນຳເຂົ້າ ຢ່າງໜ້ອຍ ສິບຫ້າວັນລັດຖະການ, ເມື່ອຜ່ານການຢັ້ງຢືນການນຳເຂົ້າແລ້ວ ຈຶ່ງຈະໄດ້ຮັບການຕິດກາໝາຍຢັ້ງຢືນ.

ຂໍ້ຕົກລົງສະບັບນີ້ ໄດ້ຮັບການເຜີຍແຜ່ລົງຈົດໝາຍເຫດທາງລັດຖະການ ໃນວັນທີ 3 ກຸມພາ 2017, ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ 15 ວັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?