ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ     ເລກທີ 08005/ກພສ
ນະຄອນຫຼວງວຽງຈັນ, ວັນທີ 27 ກໍລະກົດ 2016

ແຈ້ງການ

ເຖິງ: ຫົວໜ້າ ພະແນກການກົມພາສີ, ກອງກວດກາພາສີແຂວງ, ນະຄອນຫຼວງ ແລະ ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການນຳໃຊ້ລາຄາສົມທຽບບາງປະເພດສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່.

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;
-   ອີງຕາມ ຄຳແນະນຳຂອງ ກົມພາສີ ສະບັບເລກທີ 274/ກພສ, ລົງວັນທີ 14 ຕຸລາ 2015, ວ່າດ້ວຍລະບຽບການຄຸ້ມຄອງສິນຄ້ານຳເຂົ້າເພື່ອສົ່ງອອກ.

     ເພື່ອເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບຈາກສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳນົດ, ກົມພາສີ ຈຶ່ງອອກແຈ້ງການໃຫ້ປະຕິບັດດັ່ງນີ້:

1.    ການກຳນົດມູນຄ່າແຈ້ງພາສີ ມອບໃຫ້ດ່ານບ່ອນນຳເຂົ້າເປັນເຈົ້າການກວດກາ ຂໍ້ມູນຫຼັກຖານກ່ຽວກັບລາຄາເຊັ່ນ: ໃບແຈ້ງລາຄາ (INVOICE), ເອກະສານຂົນສົ່ງ, ສັນຍາຊື້-ຂາຍ ໃບຢັ້ງຢືນການຊຳລະສະສາງຜ່ານທະນາຄານ ແລະ ຂໍ້ມູນຫຼັກຖານອື່ນໆທີ່ກ່ຽວຂ້ອງ ເພື່ອປະເມີນມູນຄ່າແຈ້ງພາສີຕາມລາຄາຊື້-ຂາຍຕົວຈິງ ຕາມຫຼັກການ ຂອງອົງການການຄ້າໂລກ (GATT).
2.    ການກຳນົດມູນຄ່າແຈ້ງພາສີ ບາງປະເພດສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ແມ່ນສາມາດດັດປັບດ້ານລາຄາຂຶ້ນ (+) ແລະ ໃຫ້ນຳໃຊ້ຖານຂໍ້ມູນລາຄາສົມທຽບ, ໃນກໍລະນີລາຄາທີ່ຜູ້ປະກອບການ ແຈ້ງຕາມລາຄາຊື້-ຂາຍຕົວຈິງ ໃນໃບອິນວອຍ ຫາກສູງກວ່າລາຄາສົມທຽບ, ມີເອກະສານປະກອບການແຈ້ງພາສີຄົບຖ້ວນ, ມີຂໍ້ມູນທີ່ເຊື່ອຖືໄດ້ ໃຫ້ຮັບເອົາຕາມລາຄາອິນວອຍດັ່ງກ່າວ ເປັນການກຳນົດມູນຄ່າແຈ້ງພາສີເປັນລາຍລະອຽດ, ແຕ່ຖ້າຫາກແຈ້ງລາຄາຕ່ຳກ່ວາ ຫຼື ເປັນຜະລິດຕະພັນສິນຄ້າລຸ້ນໃໝ່ ໃຫ້ປະຕິບັດຕາມລະບຽບການກຳນົດມູນຄ່າແຈ້ງພາສີ.
3.    ການກຳນົດຖານຂໍ້ມູນລາຄາສົມທຽບແມ່ນຈະມີການປັບປຸງປ່ຽນແປງເປັນແຕ່ລະໄລຍະ ຕາມການເໜັງຕີງທາງການຄ້າ, ແລະ ໃຫ້ນຳໃຊ້ເປັນຖານຂໍ້ມູນອ້າງອີງສະເພາະທາງລັດຖະການພາສີເທົ່ານັ້ນ, ໃນການຈັດຕັ້ງປະຕິບັດຫາກພົບບັນຫາຫຍຸ້ງຍາກ ໃຫ້ສັງລວມລາຍງານ ກົມພາສີ ເພື່ອມີວິທີການແກ້ໄຂຕາມກົດໝາຍ ແລະ ລະບຽບການ.
4.    ແຈ້ງການສະບັບນີ້ ມີຜົນສັກສິດນຳໃຊ້ຊົ່ວຄາວຈົນກ່ວາຈະມີການປັບປຸງປ່ຽນແທນ ແລະ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ; (ມີຕາຕະລາງລາຄາສິນຄ້ານຳເຂົ້າເພື່ອສົ່ງອອກ ຄັດຕິດມາພ້ອມນີ້).

ດັ່ງນັ້ນ, ຈຶ່ງແຈ້ງການມາເພື່ອຊາບ ແລະ ພ້ອມກັຈັດຕັ້ງປະຕິບັດຕາມຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ
(ເຊັນ ແລະ ປະທັບກາ)

ບຸນປະເສີດ ສີກຸນລະບຸດ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກົມພາສີ
ພະແນກລະບຽບການແລະຂັ້ນຕອນການແຈ້ງພາສີ      ເລກທີ 02704/ພລສ
ນະຄອນຫຼວງວຽງຈັນ, ວັນທີ 27 ກໍລະກົດ 2016

ສັງລວມລາຄາສົມທຽບບາງປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ

ລ/ດ

ເນື້ອໃນ

ຫົວໜ່ວຍ

ຈຳນວນ

ຄ່າທຳນຽມເດັດຖານ ຫ/ໜ ($)

ລາຄາຕໍ່ ຫ/ໜ ($)

ໝາຍເຫດ

01

ງົວ (ມີຊີວິດ)

ໂຕ

1

15.00

 

 

02

ຄວາຍ (ມີຊີວິດ)

ໂຕ

1

20.00

 

 

03

ໝູ (ມີຊີວິດ 5 ກິໂລລົງມາ)

ໂຕ

1

10.00

 

 

04

ໝູ (ມີຊີວິດ 5 ກິໂລຂຶ້ນໄປ)

ໂຕ

1

12.00

 

 

05

ກັບແກ້ (ມີຊີວິດ)

ກິໂລ

1

 

6.00

 

06

ໄກ່ (ມີຊີວິດ)

ກິໂລ

1

 

1.50

 

07

ຊີ້ນສ່ວນໄກ່ແຊ່ແຂງ

ກິໂລ

1

 

1.50

 

08

ຊີ້ນສ່ວນໝູແຊ່ແຂງ

ກິໂລ

1

 

1.50

 

09

ຊີ້ນສ່ວນງົວຄວາຍແຊ່ແຂງ

ກິໂລ

1

 

2.00

 

10

ເຂົ້າສານຈ້າວ

ກິໂລ

1

 

0.68

 

11

ເຂົ້າສານໜຽວ

ກິໂລ

1

 

0.58

 

12

ໝາກມ່ວງ ສົດ

ກິໂລ

1

 

0.50

 

13

ໝາກກ້ຽງ (ຊົມພູ)

ກິໂລ

1

 

0.50

 

14

ໝາກຂາມ ສົດ

ກິໂລ

1

 

0.50

 

15

ໝາກລຳໄຍ ສົດ

ກິໂລ

1

 

0.50

 

16

ໝາກຖົ່ວລຽນ ສົດ

ກິໂລ

1

 

1.00

 

17

ໝາກກ້ຽງໃຫຍ່ (ສົ້ມໂອ)

ກິໂລ

1

 

0.50

 

18

ນ້ຳໝາກໄມ້ລວມ

ລິດ

1

 

1.00

 

19

ນ້ຳໝາກໄມ້ ຍີ່ຫໍ້ ເມຈິ

ລິດ

1

 

0.50

 

20

ນ້ຳຢາລ້າງຈານ

ລິດ

1

 

1.00

 

21

ເຂົ້າໜົມອົບກອບລວມ

ກິໂລ

1

 

2.00

 

22

ແປ້ງນົວ

ກິໂລ

1

 

1.50

 

23

ຫົວອາຫານສັດ

ກິໂລ

1

 

0.50

 

24

ນ້ຳຕານ

ກິໂລ

1

 

0.50

 

25

ກາເຟສຳເລັດຮູບ

ກິໂລ

1

 

1.80

 

ຫົວໜ້າພະແນກລະບຽບການແລະຂັ້ນຕອນການແຈ້ງພາສີ
(ເຊັນ ແລະ ປະທັບກາ)

ວົງຄຳສະແຫວງ ວົງທະຈັກ

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?