ເພື່ອເປັນການຜັນຂະຫຍາຍ ແຈ້ງການ ກ່ຽວກັບ ຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂື້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ ສະບັບເລກທີ 1818/ຫສນຍ.ກສສ, ລົງວັນທີ 18 ພະຈິກ 2016, ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ຄຳສັ່ງແນະນຳ ກ່ຽວກັບ ຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ຂື້ນລົດ ເພື່ອສົ່ງອອກໄປຕ່າງປະເທດ ສະບັບເລກທີ 2143/ອຄ.ກຂອ, ລົງວັນທີ 25 ພະຈິກ 2016 ເຊິ່ງໄດ້ລະບຸຂັ້ນຕອນ ແລະ ໜ້າທີ່ຂອງຂະແໜງການຕ່າງໆ ໃນການຢັ້ງຢຶນຜະລິດຕະພັນໄມ້ ເພື່ອສົ່ງອອກໄປຕ່າງເທດ.

ຄະນະທີ່ຖືກແຕ່ງຕັ້ງເພື່ອລົງກວດກາ ແລະ ຢັ້ງຢືນຜະລິດຕະພັນໄມ້ ຈະປະກອບມີ 02 ຫຼື 03 ຂະແໜງການຄື: ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຫຼັກ, ຂະແໜງກະສິກຳ ແລະ ປ່າໄມ້, ແລະ ຫ້ອງການຄຸ້ມຄອງຊັບສິນຂອງລັດ ເປັນຄະນະໂດຍອີງຕາມແຫຼ່ງທີ່ມາຂອງໄມ້. ຄະນະດັ່ງກ່າວນີ້ ມີໜ້າທີ່ໃນການລົງກວດກາຄວາມຖືກຕ້ອງຂອງຜະລິດຕະພັນໄມ້ຕາມ ລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ເລກທີ 1833/ອຄ, ວັນທີ 03 ຕຸລາ 2016 ແລ້ວເຊັນຮັບຮອງໃສ່ໃບຢັ້ງຢືນດັ່ງກ່າວ ຕາມການສະເໜີຂອງບໍລິສັດ ຫຼື ໂຮງງານແຕ່ລະຄັ້ງ. ຫຼັງຈາກນັ້ນ, ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ/ນະຄອນຫຼວງວຽງຈັນ ເປັນຜູ້ເຊັນຮັບຮອງໃສ່ໃບຢັ້ງຢືນຜະລິດຕະພັນໄມ້ຂື້ນລົດເພື່ອສົ່ງອອກ ທີ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກຄະນະກວດກາ ແລະ ຖືເອົາໃບຢັ້ງຢືນດັ່ງກ່າວພຽງຢ່າງດຽວເປັນເອກະສານປະກອບໃນການແຈ້ງພາສີສົ່ງຜະລິດຕະພັນໄມ້ອອກຕ່າງປະເທດ.

ຄຳສັ່ງແນະນຳສະບັບນີ້ ນຳໃຊ້ປ່ຽນແທນ ແລະ ລົບລ້າງຄຳສັ່ງແນະນຳ ເລກທີ 1153/ອຄ.ກຂອ, ລົງວັນທີ 30 ມິຖຸນາ 2016.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?