ເພື່ອເປັນການເພີ່ມທະວີການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້, ການຂຸດຄົ້ນໄມ້, ການປຸງແຕ່ງໄມ້ ແລະ ການຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະບານ ໄດ້ວາງອອກມີຄວາມສັກສິດ, ທັງເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂົງເຂດວຽກງານປ່າໄມ້ ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ ໃນເດືອນພຶດສະພາທີ່ຜ່ານມາ ທ່ານນາຍົກລັດຖະມົນຕີ ໄດ້ອອກ ຄຳສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ເຊິ່ງລະບຸໃຫ້ຢຸດຕິການສົ່ງອອກໄມ້ທີ່ຂຸດຄົ້ນອອກຈາກປ່າທຳມະຊາດ ໄປຕ່າງປະເທດ ໃນທຸກກໍລະນີຢ່າງເດັດຂາດ ແລະ ໃຫ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບຕາມມາດຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ເສຍກ່ອນຈຶ່ງສົ່ງອອກໄດ້.

ເພື່ອເປັນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດດັ່ງກ່າວ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍໄດ້ອອກ ແຈ້ງການ ສະບັບເລກທີ 1345/ຫສນຍ.ກລຂ ລົງວັນທີ 7 ກັນຍາ 2016 ເຊິ່ງໄດ້ກຳນົດໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບ ຄະນະສະເພາະກິດຂອງແຂວງ ສືບຕໍ່ກວດກາລະອຽດບໍລິມາດໄມ້ຕົວຈິງ ທີ່ຂຸດຄົ້ນບໍ່ຖືກຕ້ອງຕາມລະບຽບກົດໝາຍແມ່ນໃຫ້ຍຶດເປັນຂອງລັດ ແລະ ໃຫ້ກວດກາຄືນໄມ້ທີ່ຂຸດຄົ້ນເກີນໂກຕ້າ ແລະ ຂຸດຄົ້ນບໍ່ຖືກເຂດກຳນົດໃຫ້ຂຸດຄົ້ນນັ້ນ ແມ່ນໃຫ້ຍຶດເປັນຂອງລັດ.

ສຳລັບການດຳເນີນການປະມູນຂາຍໄມ້ທີ່ຍຶດເປັນຂອງລັດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຄຳສັ່ງແນະນຳ ວ່າດ້ວຍ ແນະນຳການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດໃນຂອບເຂດທົ່ວປະເທດ ສະບັບເລກທີ 2071/ອຄ.ກຂອ, ລົງວັນທີ 14 ພະຈິກ 2016 ເຖິງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເພື່ອຄວາມເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ. ຄຳສັ່ງແນະນຳສະບັບນີ້ ໄດ້ແນະນຳໃຫ້: 1) ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ຄະນະ ຮັບຜິດຊອບການປະມູນໄມ້ຍຶດຂອງລັດໃນຂອບເຂດທົ່ວປະເທດ ທີ່ຖືກແຕ່ງຕັ້ງ ປະເມີນສະພາບ ແລະ ຄຸນນະພາບໄມ້ຕົວຈິງທີ່ຈະປະມູນ; 2) ໃຫ້ໂຄສະນາເຜີຍແຜ່ເປີດກວ້າງກ່ຽວກັບການປະມູນໄມ້ຍຶດຂອງລັດໃນຂອບເຂດທົ່ວປະເທດ ໂດຍຜ່ານສື່ຕ່າງໆ; 3) ເງື່ອນໄຂຂອງຜູ້ເຂົ້າປະມູນຊື້ໄມ້ ແລະ ຂັ້ນຕອນການຈັດຕັ້ງປະມູນຂາຍໄມ້ແມ່ນປະຕິບັດຕາມ ລະບຽບການຊື້-ຂາຍໄມ້ ເລກທີ 1726/ອຄ.ກຂອ ລົງວັນທີ 23 ສິງຫາ 2012; 4) ລາຄາທີ່ໃຊ້ໃນການປະມູນ ປະກອບມີ 3 ວີທີ ໃຫ້ນຳໃຊ້ຕາມຄວາມເໝາະສົມກັບສະພາບຕົວຈິງ; 5) ອາກອນທີ່ຜູ້ຊະນະການປະມູນໄມ້ຕ້ອງໄດ້ຖອກໃຫ້ລັດ; 6) ໄມ້ປະມູນທີ່ຈະປະມູນຂາຍ ຕ້ອງໄດ້ຈົດທະບຽນເປັນຊັບສິນຂອງລັດ ກັບ ຂະແໜງການເງິນແຂວງ ໂດຍການເຊັນຮ່ວມຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ; 7) ຄ່າສິ້ນເປືອງຕ່າງໆທີ່ເກີດຂຶ້ນຈາກການຍຶດ, ການເກັບຮັກສາໄມ້, ການຈັດປະມູນຂາຍໄມ້ ແລະ ຄ່າສິ້ນເປືອງອື່ນໆ ແມ່ນອະນຸຍາດໃຫ້ຫັກໄດ້ຈາກເງິນທີ່ໄດ້ຮັບຈາກການຂາຍໄມ້; 8) ກໍລະນີພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແມ່ນໃຫ້ລາຍງານຂໍທິດກັບຂັ້ນເທິງ ເພື່ອແກ້ໄຂໃຫ້ທ່ວງທັນກັບສະພາບການ; 9) ພາຍຫຼັງທີ່ສຳເລັດການຂາຍໄມ້ແຕ່ລະຄັ້ງ ໃຫ້ຄະນະກຳມະການປະມູນຂາຍໄມ້ລາຍງານຜົນຂອງການປະມູນໄມ້ໃຫ້ ຄະນະນຳກະຊວງ ຮັບຊາບ.

ໃນການດຳເນີນການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດນັ້ນ ແຂວງໃດທີ່ມີຄວາມພ້ອມ ແມ່ນສາມາດດຳເນີນການປະມູນໄດ້ທັນທີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?