ເສດຖະກິດຂອງລາວຂະຫຍາຍຕົວຢູ່ໃນລະດັບ 7% ໃນປີ 2015, ຊຶ່ງຂະຫຍາຍຕົວຊ້າລົງຈາກ 7.5% ໃນປີ 2014. ຂະແໜງການທີ່ຂື້ນກັບຊັບພະຍາກອນທຳມະຊາດ (ພະລັງງານໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່) ຍັງເປັນຂະແໜງຕົ້ນຕໍທີ່ເຮັດໃຫ້ມີການເຕີບໂຕຂອງເສດຖະກິດຄືກັນກັບສະພາບໃນທົດສະວັດຜ່ານມາ. ການຜະລິດໄຟຟ້າແມ່ນເພີ່ມຂື້ນ ເນື່ອງຈາກການດຳເນີິນການຜະລິດໄຟຟ້າຈາກໂຮງງານໄຟຟ້າຫົງສາລິກໄນມີກຳລັງຕິດຕັ້ງ 1.878 ເມກາວັດ ແລະ ເຂື່ອນໄຟຟ້າອື່ນໆ ທີ່ມີກຳລັງຕິດຕັ້ງ ລວມປະມານ 250-300 ເມກາວັດ. ນອກນັ້ນ, ເຖິງວ່າລາຄາສິນຄ້າໂລຫະຈະຕົກຕ່ຳ, ຜົນຜະລິດຈາກບໍ່ແຮ່ຍັງເພີ່ມຂື້ນ ເນື່ອງຈາກວ່າລາຄາຂອງໂລຫະໃນຕະຫຼາດໂລກຍັງສູງກວ່າລະດັບຕົ້ນທຶນຢູ່. ກົດໝາຍ ວ່າດ້ວຍ ງົບປະມານແຫ່ງລັດ ສະບັບປັບປຸງ ເດືອນທັນວາ 2015 ໄດ້ເພີ່ມອຳນາດໃຫ້ແກ່ສະພາແຫ່ງຊາດໃນການຕິດຕາມບັນຫາດ້ານງົບປະມານ ແລະ ເພີ່ມບົດບາດໃຫ້ແກ່ກະຊວງການເງິນໃນການຄຸ້ມຄອງງົບປະມານ. ພ້ອມນັ້ນ, ຕໍ່ກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ລັດຖະບານ ໄດ້ເພີ່ມຄວາມເຂັ້ມແຂງທາງດ້ານຂໍ້ກຳນົດທີ່ສຳຄັນຕ່າງໆ (ລວມທັງຂໍ້ກຳນົດທີ່ກ່ຽວກັບການຢຶດຊັບສິນທີ່ຕິດພັນກັບການຟອກເງິນ, ການແຈ້ງເງິນສົດຂ້າມແດນ, ການໃສ່ໂທດຕໍ່ຜູ້ລະເມີດ) ອີງຕາມການສະເໜີແນະຂອງອົງການຕ້ານການຟອກເງິນສາກົນ (FATF), ຊຶ່ງຊ່ວຍເຮັດໃຫ້ ສປປ ລາວ ອອກຈາກບັນຊີ “ບັນດາປະເທດທີ່ບໍ່ມີຄວາມຄືບໜ້າພຽງພໍກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ຂອງອົງການຕ້ານການຟອກເງິນສາກົນໄດ້. ຜົນການປະເມີນໃນອະນາຄົດແມ່ນອີງໃສ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະ ແລະ ມາດຕະການທີ່ຕົກລົງເຫັນດີຮ່ວມກັນ. GDP ຄາດວ່າຈະຂະຫຍາຍຕົວໃນອັດຕາປະມານ 7% ຕໍ່ປີ ເນື່ອງຈາກການລົງທຶນໃນຂະແໜງພະລັງງານຈະສືບຕໍ່ຂະຫຍາຍຕົວ, ການຜະລິດ ແລະ ສົ່ງອອກໄຟຟ້າຈະເພີ່ມຂື້ນເກືອບ 40%. ການເຕີບໂຕຢ່າງສະຖຽນລະພາບຂອງຈີນ ແລະ ການເຕີບໂຕທີ່ໄວສົມຄວນຂອງຫວຽດນາມ ແລະ ໄທ ອາດເຮັດໃຫ້ມີຄວາມຕ້ອງການຕໍ່ສິນຄ້າສົ່ງອອກຂອງ ສປປ ລາວ. ອີກດ້ານໜື່ງ, ກໍ່ຄາດວ່າຈະມີການຮັດກຸມດ້ານລາຍຮັບງົບປະມານຫຼາຍຂື້ນ ເນື່ອງຈາກມີການຂະຫຍາຍຖານລາຍຮັບ ແລະ ປັບປຸງລາຍຈ່າຍງົບປະມານໃຫ້ມີປະສິດທິພາບ ຊຶ່ງອາດຈະເຮັດໃຫ້ອັດຕາໜີ້ສິນພາກລັດຢູ່ໃນລະດັບທີ່ຍືນຍົງຫຼາຍຂຶ້ນ ແລະ ຫຼຸດຜ່ອນລະດັບພາລະໜີ້ສິນໃນປະຈຸບັນທີ່ຢູ່ໃນລະດັບສ່ຽງປານກາງ ທີ່ມີແນວໂນ້ມຈະກ້າວໄປເປັນລະດັບສູງ.

ແຫຼ່ງທີ່ມາ: ທະນາຄານໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?