“ຝຶກອົບຮົມສ້າງຄູຝຶກ ການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ” ໄດ້ຈັດຂື້ນ ໃນວັນທີ 26-28 ຕຸລາ 2016, ທີ່ ລ້ອງງື່ມວິວ ລີສອດ, ແຂວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານທັງໝົດຈຳນວນ 47 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ໃຫ້ບັນດາຜູ້ເຂົ້າຮ່ວມສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງ ໃນການຄຸ້ມຄອງບໍລິຫານວຽກງານ ທີ່ຕິດພັນກັບວຽກງານນຳເຂົ້າ-ສົ່ງອອກ ແລະ ການດຳເນີນທຸລະກິດ ຢ່າງມີປະສິດທິຜົນ. ພາຍຫຼັງ LTP  ໄດ້ເປີດໂຕນຳໃຊ້ຢ່າງເປັນທາງການ ໃນທ້າຍເດືອນມິຖຸນາ 2012, ກໍ່ໄດ້ມີການຈັດຝຶກອົບຮົມໃນລັກສະນະນີ້ມາແລ້ວ 07 ຄັ້ງ ໃຫ້ແກ່ທັງພາກລັດ ແລະ ທຸລະກິດ ຢູ່ທັງໃນນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວວ່າ: “ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມພິເສດກ່ອນຄັ້ງທີ່ຜ່ານໆມາ ຍ້ອນວ່າພວກເຮົາຈະເນັ້ນເສີມສ້າງທັກສະຂອງການເປັນຄູຝຶກ ໃຫ້ແກ່ບັນດາຈຸດປະສານງານ ຂອງ LTP ເພື່ອປະກອບສ່ວນຊຸກຍູ້ໃຫ້ມີການເຂົ້ານຳໃຊ້ LTP ຢ່າງກ້ວາງຂວາງ. ນັ້ນກໍ່ໝາຍຄວາມວ່າພວກເຮົາຈະພ້ອມກັນເຮັດໜ້າທີ່ເຜີຍແຜ່ ແລະ ແນະນຳວິທີການນຳໃຊ້ LTP ໃຫ້ພາກທຸລະກິດສາມາດນຳໃຊ້ເຄື່ອງມືນີ້ ໃຫ້ເກີດປະໂຫຍດແກ່ການດຳເນີນທຸລະກິດການຄ້າຂອງເຂົາເຈົ້າ”.

ການຝຶກອົບຮົບຄັ້ງນີ້ ປະກອບດ້ວຍຫຼັກສູດການຝຶກອົບຮົມ ທີ່ມີລັກສະນະລົງເລິກລາຍລະອຽດ ໃນການຄົ້ນຫາຂໍ້ມູນຂ່າວສານຕ່າງໆ ໃນ LTP ແລະ ນຳສະເໜີຄຸນລັກສະນະພິເສດສະເພາະ ຂອງ LTP ໂດຍມີປຶ້ມຄູ່ມືນຳໃຊ້ ໃຫ້ບັນດາຈຸດປະສານງານ ໄດ້ທຳຄວາມເຂົ້າໃຈຢ່າງຈະແຈ້ງ. ບັນດານັກສຳມະນາກອນ ໄດ້ມີຄວາມເອົາໃຈໃສ່ໃນການຮັບຟັງການຝຶກອົບຮົບດັ່ງກ່າວເປັນຢ່າງດີ ເຊິ່ງສະແດງອອກໃນການສົນທະນາແລກປ່ຽນ ກັບຄູຝຶກ ຢ່າງກົງໄປກົງມາ. ໃນຕອນທ້າຍຂອງການຝຶກອົບຮົມ ນັກສຳມະນາກອນ ໄດ້ຝຶກການຂື້ນນຳສະເໜີບົດບັນຍາຍ ວິທີການນຳໃຊ້ LTP ເພື່ອໃຫ້ມີຄວາມຊຳນານກ່ອນທີ່ຈະໄປຝຶກອົບຮົມໃຫ້    ຂະແໜງການພາກລັດ ແລະ ພາກທຸລະກິດ, ພ້ອມທັງມີການປະເມີນຜົນ ໂດຍການໃຫ້ຄະແນນ ແລະ ໃບປະກາດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?