“ກອງປະຊຸມສຳມະນາ ກ່ຽວກັບ ການເຜີຍແຜ່ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ສິດທິພິເສດທາງດ້ານການຄ້າຂອງ ນອກແວ” ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2016, ທີ່ໂຮງແຮມເມີກຽວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊທິເດດ ອິນທະສອນ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ Kari Eken Wollebaek, ຮອງຫົວໜ້າສະຖານເອກອັກຄະລັດຖະທູດນອກແວ ປະຈຳ ສສ ຫວຽດນາມ ໂດຍມີຜູ້ຕາງໜ້າຈາກພາກລັດ ແລະ ທຸລະກິດຈາກ ສປປ ລາວ ເຂົ້າຮ່ວມຈຳນວນ 40 ທ່ານ. ການຈັດກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກພາສີນອກແວ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ລະບຽບແຫຼ່ງກຳເນີດສິນຄ້າຂອງປະເທດນອກແວ ໃຫ້ແກ່ພະນັກງານພາກລັດ ແລະ ພາກທຸລະກິດໄດ້ເຂົ້າໃຈກ່ຽວກັບລະບຽບການ ແລະ ວິທີການຂໍຮັບສິດທິພິເສດການຫຼຸດຜ່ອນອັດຕາພາສີສິນຄ້າທີ່ສົ່ງໄປນອກແວ. ເນື່ອງຈາກ ສປປ ລາວ ເປັນປະເທດດ້ອຍພັດທະນາ, ນອກແວ ຈຶ່ງໄດ້ໃຫ້ສິດທິພິເສດທາງດ້ານການຄ້າ ໂດຍການຍົກເວັ້ນອັດຕາພາສີທຸກລາຍການສິນຄ້າ ນອກຈາກສິນຄ້າປະເພດອາວຸດ ທີ່ຜະລິດໃນ ສປປ ລາວ.  ສິນຄ້າຈາກ ສປປ ລາວ ທີ່ຈະໄດ້ຮັບສິດທິພິເສດດ້ານການຄ້ານັ້ນ ນັ້ນຕ້ອງເປັນສິນຄ້າທີ່ຜະລິດຢູ່ໃນລາວ, ຖືກຕ້ອງຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າ ແລະ ຕ້ອງຖືກຂົນສົ່ງໄປປະເທດນອກແວໂດຍກົງ. ການບັນຍາຍຈາກເຈົ້າໜ້າທີ່ພາສີນອກແວ ໄດ້ໃຫ້ຮູ້ວ່າ ໃນປີ 2014 ສະຖິຕິການສົ່ງອອກສິນຄ້າຂອງ ສປປ ລາວ ໄປນອກແວ ມີມູນຄ່າ 1.08 ລ້ານໂດລາ. ໃນນີ້ ປະກອບມີ ສິນຄ້າປະເພດຊຸດສູດຜູ້ຊາຍ 46%, ເສື້ອເຊີດຜູ້ຊາຍ 27%, ພືດຜັກ 4.4%, ຊຸດກິລາ 3.9%, ເຄື່ອງນຸ່ງຫົ່ມ 2.8%, ແລະ  ເສື້ອກັນໜາວ 2.6 %.

ທີ່ປະຊຸມໄດ້ເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດຂອງລາວ ສອບຖາມບັນຫາຕ່າງໆທີ່ຕິດພັນກັບລະບຽບດັ່ງກ່າວ. ນອກຈາກນີ້, ນອກແວ ໄດ້ແຈ້ງໃຫ້ ສປປ ລາວ ຊາບ ກ່ຽວກັບ ການປະຕິຮູບລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໂດຍການຫັນມານຳໃຊ້ເຂົ້າຮ່ວມໂຄງການຄຸ້ມຄອງຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ ຫຼື Registered Exporter System (REX) ແທນທີິ່ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າແບບເກົ່າ ທີ່ເຈົ້າໜ້າທີ່ເປັນຜູ້ອອກ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 01/01/2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?