“ກອງປະຊຸມ ທົບທວນວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ທ້ອງຖິ່ນແຂວງພາກກາງ” ໄດ້ຈັດຂື້ນ ໃນວັນທີ 28-29 ກັນຍາ 2016, ທີ່ ໂຮງແຮມເມີກຽວ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມໃນຫົວຂໍ້ດັ່ງກ່າວມານີ້ ຈັດຢູ່ແຂວງພາກກາງ ແມ່ນພາກສຸດທ້າຍ ໄລຍະຜ່ານມາໄດ້ຈັດມາແລ້ວໃຫ້ບັນດາແຂວງພາກເໜືອ (ໃນວັນທີ 19-20 ພຶດສະພາ 2016) ຢູ່ແຂວງອຸດົມໄຊ, ແລະ ແຂວງພາກໃຕ້ (ໃນວັນທີ 25-26 ກຸມພາ 2016) ຢູ່ແຂວງສະຫວັນນະເຂດ. ກອງປະຊຸມມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ທຸລະກິດທັງໝົດ 60 ທ່ານ ທີ່ມາຈາກແຂວງ ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ, ຫົວພັນ, ຊຽງຂວາງ, ແລະ ນະຄອນຫຼວງວຽງຈັນ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໃນໄລຍະຜ່ານມາ.  ພ້ອມນັ້ນ, ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຕາງໜ້າຂອງແຕ່ລະຂະແໜງ ແລະ ໄດ້ປຶກສາຫາລືຕໍ່ກັບຄວາມສຳຄັນຂອງການສ້າງຈຸດປະສານງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ໂດຍສາມາດເກັບກຳບັນຫາທີ່ເປັນອຸປະສັກຕໍ່ການຄ້າ ແລະ ແກ້ໄຂບັນຫາຂອງພາກທຸລະກິດ ໃຫ້ໄດ້ຮັບໝາກຜົນສູງຂື້ນກ່ວາເກົ່າ.

ກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນຕໍ່ການລາຍງານຂອງຫ້ອງການປະຈຳ ກຂອຄ ພ້ອມກັບໄດ້ຮັບຟັງການລາຍງານ ຂໍ້ ຫຍຸ້ງຍາກໃນການດຳເນີນການນຳເຂົ້າ, ສົ່ງອອກ, ແລະ ຜ່ານແດນ ແລະ ຟັງຂໍ້ສະເໜີ ຄື: (1) ຂາດຄວາມເປັນເອກະພາບໃນການດຳເນີນຂັ້ນຂອດເອກະສານ; (2) ຂາດຄວາມເປັນເອກະພາບໃນການຈັດຕັ້ງນິຕິກຳ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ; (3) ການກວດກາສິນຄ້ານຳເຂົ້າໃຫ້ຕິດ ສະຫຼາກ, ຊື່ ແລະ ຊັບພະຄຸນ ເປັນພາສາລາວຍັງບໍ່ສາມາດປະຕິບັດໄດ້; (4) ການກຳນົດຕາຊິງ ແລະ ການເກັບຄ່າທຳນຽມຂົນສົ່ງ ຍັງບໍ່ມີຄວາມຊັດເຈນ; (5) ການເກັບຄ່າທຳນຽມ ຄວນເປັນເອກະພາບກັນໃນຂອບເຂດທົ່ວປະເທດ; (6) ຂາດເຂີນ ອຸປະກອນຮັບໃຊ້, ຄວາມສຳນານໃນການກວດກາມາດຕະຖານນຳເຂົ້າ-ສົ່ງອອກສິນຄ້າ; ແລະ (7) ການເຜີຍແຜ່ຂໍ້ມູນໃຫ້ຜູ້ປະກອບການ ແລະ ພະນັກງານຂັ້ນທ້ອງຖິ່ນຍັງມີຂອບເຂດຈຳກັດ.

ສຳລັບແຜນການໃນຕໍ່ໜ້າ ກຂອຄ ຈະລາຍງານຜົນຂອງກອງປະຊຸມຈາກທັງ 3 ພາກນີ້ ໃຫ້ຫົວໜ້າ ແລະ ສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າຮັບຊາບ ເພື່ອຊອກຫາວິທີທາງໃນການແກ້ໄຂບັນຫາດັ່ງກ່າວເປັນລຳດັບຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?