ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກ ແຈ້ງການ ກ່ຽວກັບ ການຄຸ້ມຄອງ ແລະ ສົ່ງອອກເຄື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ ສະບັບເລກທີ 1355/ຫສນຍ.ກລຂ, ລົງວັນທີ 9 ກັນຍາ 2016. ເຊິ່ງໄດ້ກຳນົດ ໃຫ້ ເຄື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ ທີ່ສາມາດສົ່ງອອກໄດ້ ແລະ ຫ້າມສົ່ງອອກ ດັ່ງນີ້:

(1) ເຄື່ອງປ່າຂອງດົງຊະນິດທີ່ເປັນອາຫານ, ເກີດຕາມລະດູການ ແລະ ຊົມໃຊ້ໃນຊີວິດປະຈຳວັນຂອງປະຊາຊົນ ແມ່ນສາມາດຂຸດຄົ້ນໄດ້ຕາມລະດູການ ແລະ ສົ່ງອອກໄດ້. ເຄື່ອງປ່າຂອງດົງທີ່ອະນຸຍາດໃຫ້ສົ່ງອອກໄດ້ ແມ່ນຊະນິດທີ່ບໍ່ສາມາດປຸງແຕ່ງໄດ້ຢູ່ພາຍໃນ, ແຕ່ຕ້ອງມີແຜນການ ແລະ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ແລະ ສົ່ງອອກເປັນແຕ່ລະປີ. ສຳລັບເຄື່ອງປ່າຂອງດົງ ທີ່ສາມາດປຸງແຕ່ງຢູ່ພາຍໃນໄດ້ ແມ່ນສົ່ງເສີມໃຫ້ມີການປຸງແຕ່ງ ແລະ ຫ້າມສົ່ງອອກ.

(2) ຖ່ານຂາວທີ່ຜະລິດຈາກໄມ້ຕິ້ວ ແມ່ນເຫັນດີໃຫ້ຜະລິດ ແລະ ສົ່ງອອກໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ ພ້ອມດຽວກັນຜູ້ປະກອບການ ຫຼື ບໍລິສັດທີ່ດຳເນີນທຸລະກິດຜະລິດ ແລະ ສົ່ງອອກຖ່ານຂາວຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ ແລະ ລົງທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະ ຕ້ອງມີແຜນການຊຸກຍູ້ ສົ່ງເສີມປະຊາຊົນປູກ ແລະ ຟື້ນຟູໄມ້ຕິ້ວ. ຖ່ານດຳທຸກຊະນິດແມ່ນຫ້າມສົ່ງອອກ.

(3) ສຳລັບເສດໄມ້ຈາກໄມ້ປູກ, ໄມ້ເກດສະໜາ, ໄມ້ວິກ ແລະ ໄມ້ກະຖິນນະລົງຈາກສ່ວນປູກ ທີ່ສັບເປັນປ່ຽງນ້ອຍໆ ຫຼື ບົດເປັນຝຸ່ນ; ໄມ້ເລື່ອຍເປັນແຜ່ນ ແລະ ໄມ້ກົມ ທີ່ມີໜ້າຕ່າງບໍ່ເກີນ 12 ຊັງຕີແມັດ ແມ່ນອະນຸມັດໃຫ້ສົ່ງອອກໄດ້. ໄມ້ປູກຊະນິດທີ່ເປັນໄມ້ພື້ນເມືອງ ເຊັ່ນ : ໄມ້ດູ່, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ລວມທັງໄມ້ສັກ ແລະ ອື່ນໆ ແມ່ນໃຫ້ປຸງແຕ່ງເປັນຜະລິດຕະພັນລຳເສັດຮູບ ຈຶ່ງອະນຸມັດໃຫ້ສົ່ງອອກໄດ້; ແລະ

(4) ໄມ້ປ່ອງ ແລະ ຜະລິດຕະພັນໄມ້ປ່ອງທີ່ເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ແມ່ນອະນຸຍາດໃຫ້ສົ່ງອອກໄດ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?