ກອງປະຊຸມເຜີຍແຜ່ ຜົນການສຳຫຼວດ NTMs ທີ່ທຸລະກິດສົ່ງອອກຂອງລາວພົບພໍ້ ຄັ້ງນີ້ ແມ່ນສືບຕໍ່ມາຈາກກອງປະຊຸມ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ຮ່ວມກັບ ບໍລິສັດ ທີ່ປຶກສາ EDC ໄດ້ຈັດຂຶ້ນໃນເດືອນເມສາ ຂອງປີຜ່ານມາ ເພື່ອແຈ້ງໃຫ້ບັນດາຜູ້ເຂົ້າຮ່ວມຕາງໜ້າຈາກຂະແໜງການລັດ ແລະ ທຸລະກິດທີ່ກ່ຽວຂ້ອງຮັບຊາບ ກ່ຽວກັບແຜນງານສຳຫຼວດ NTMs ແລະ ເພື່ອຂໍຄວາມຮ່ວມມືໃນການສະໜອງຂໍ້ມູນທີ່ກ່ຽວຂ້ອງ ເພື່ອປະກອບເຂົ້າເປັນບົດລາຍງານຜົນການສໍາຫຼວດ NTMs.

ທີ່ປະຊຸມໄດ້ຮັບຟັງ ການນໍາສະເໜີຜົນການສຳຫຼວດຜົນກະທົບຂອງ NTMs ທີ່ທຸລະກິດສົ່ງອອກຂອງລາວພົບພໍ້ ຊຶ່ງບັນຍາຍໂດຍທ່ານ Prabir DE, ຊ່ຽວຊານ NTMs ແລະ ບໍລິສັດ ທີ່ປຶກສາ EDC. ພ້ອມນີ້, ຍັງໃຫ້ບາງຂໍ້ແນະນໍາໃນການຈັດຕັ້ງປະຕິບັດ ເພື່ອເປັນບ່ອນອີງໃນການປັບປຸງ NTMs ທີ່ເປັນຂໍ້ຫຍຸ້ງຍາກ ຫຼື ອຸປະສັກ ຕໍ່ກັບກັບການສົ່ງອອກສິນຄ້າຂອງລາວ ໃນຕໍ່ໜ້າ. ບົດສຳຫຼວດດັ່ງກ່າວ ແມ່ນໄດ້ຮັບທຶນສະໜັບສະໜຸນຈາກກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາການຄ້າ (TDF2) ໃນການລົງສໍາຫຼວດບັນດາຫົວໜ່ວຍທຸລະກິດສົ່ງອອກຂອງລາວ ກ່ຽວກັບ ບັນຫາ, ຂໍ້ຫຍຸ້ງຍາກ ຫຼື ອຸປະສັກ ຂອງການຈັດຕັ້ງປະຕິບັດບັນດາ NTMs ກ່ອນການສົ່ງອອກສິນຄ້າໄປຕ່າງປະເທດ.

ບົດສໍາຫຼວດນີ້ ເນັ້ນໃສ່ການຈັດຕັ້ງປະຕິບັດມາດຕະການສຸຂານາໄມ, ສຸຂານາໄມພືດ (SPS) ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT) ຕໍ່ກັບສິນຄ້າສົ່ງອອກຂອງລາວຈໍານວນ 08 ລາຍການຄື: ມັນຕົ້ນແຫ້ງ, ກາເຟ, ສາລີ, ເຂົ້າ, ຢາງພາລາ, ຖ່ານໄມ້ ແລະ ຜະລິດຕະພັນໄມ້. ສໍາລັບປະເທດຄູ່ຄ້າທີ່ນໍາເຂົ້າສິນຄ້າຂອງລາວ ໄດ້ຄັດເລືອກເອົາ 07 ປະເທດ ຄື: ຈີນ, ຫວຽດນາມ, ໄທ, ມາເລເຊຍ, ຍີ່ປຸ່ນ, ສ ເກົາຫຼີ ແລະ ສະຫະພາບເອີຣົບ. ໂດຍການລົງສໍາພາດ 60 ຫົວໜ່ວຍທຸລະກິດ ທີ່ຕັ້ງຢູ່ 04 ແຂວງພາກເໜືອ (ແຂວງບໍ່ແກ້ວ, ຫຼວງນໍາ້ທາ, ອຸດົມໄຊ ແລະ ຫົວພັນ), 04 ແຂວງພາກກາງ (ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ) ແລະ 01 ແຂວງພາກໃຕ້ (ຈໍາປາສັກ). ໃນຈໍານວນ 60 ຫົວໜ່ວຍທຸລະກິດທີ່ໄດ້ຖືກສໍາພາດ, ທຸລະກິດທີ່ເປັນຂອງຄົນລາວ ກວມເອົາ 73%, ຕ່າງປະເທດ 20% ແລະ ຫຸ້ນສ່ວນ 7%.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ໂດຍມີການແລກປ່ຽນ ແລະ ປະກອບຄໍາຄິດເຫັນຕໍ່ກັບບົດສະເໜີ ແລະ ບັນຫາອື່ນໆ ທີ່ຕິດພັນ. ກົມການນຳເຂົ້າ ແລະ ສົ່ງອອກ ຈະສົມທົບກັບ ຊ່ຽວຊານ ແລະ ບໍລິສັດ EDC ເພື່ອປັບປຸງຮ່າງບົດລາຍງານ ຕາມຄໍາຄິດເຫັນທີ່ໄດ້ຮັບຈາກກອງປະຊຸມ ໃຫ້ສໍາເລັດພາຍໃນເດືອນ ກັນຍາ 2016 ນີ້. ພ້ອມທັງຮ່ວມກັນ ກໍານົດແຜນສໍາຫຼວດບັນດາ NTMs ຂອງປະເທດຄູ່ຄ້າ ລວມທັງກໍລະນີຜ່ານແດນຕື່ມ ໂດຍຜັນຂະຫຍາຍຈາກບົດລາຍງານກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈໃຫ້ທຸລະກິດສົ່ງອອກຂອງລາວ ໃນການກຽມພ້ອມ ແລະ ປັບປຸງທຸລະກິດຂອງຕົນ ໃຫ້ສາມາດສົ່ງອອກສິນຄ້າຕາມ NTMs ທີ່ປະເທດນໍາເຂົ້າກໍານົດໄວ້.

ນອກຈາກນີ້, ບົດລາຍງານ NTMs ທີ່ເປັນຂໍ້ຫຍຸ້ງຍາກ ຫຼື ສິ່ງກີດຂວາງໃຫ້ແກ່ຜູ້ສົ່ງອອກ ຂອງ ສປປ ລາວ ກໍຈະຖືກນໍາສະເໜີຂັ້ນເທິງ ເພື່ອພິຈາລະນາປັບປຸງ ແລະ ສ່ວນທີ່ເປັນຂອງປະເທດຄູ່ຄ້າ ກໍ່ຈະຖືກນໍາໃຊ້ເຂົ້າໃນເວທີການເຈລະຈາ ເພື່ອໃຫ້ປະເທດຄູ່ຄ້າພິຈາລະນາແກ້ໄຂ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?