ຜູ້ປະກອບການທີ່ຕ້ອງການຂົນສົ່ງສິນຄ້າໄປຕ່າງປະເທດຈະເສຍເວລາ ແລະ ຄ່າໃຊ້ຈ່າຍໜ້ອຍລົງພາຍຫຼັງການເປີດບໍລິສັດບໍລິການຂົນສົ່ງຢູ່ເຂດເສດຖະກິດພິເສດສະຫວັນ-ເຊໂນ ທີ່ແຂວງສະຫວັນນະເຂດ ໃນເດືອນມີນາທີ່ຜ່ານມາ.

ທ່ານ Tee Cheesong, ຜູ້ຈັດການ ບໍລິສັດ ພັດທະນາ ສະຫວັນ ປາຊິຟິກກາ ຈຳກັດ ໃຫ້ສຳພາດວ່າ: “ສາງພັກສິນຄ້າທາງບົກ ຈະຊ່ວຍຂົນສົ່ງສິນຄ້າໄປປະເທດອື່ນໂດຍນຳໃຊ້ຕູ້ຂົນສົ່ງສິນຄ້າ ລະບົບທີ່ມີຊື່ວ່າ ການຫຼຸດການລຳລຽງ” ນອກຈາກນີ້ ທ່ານຍັງກ່າວຕື່ມອີກວ່າ: “ປະຈຸບັນ ພວກເຮົາກຳລັງທົດລອງການຂົນສົ່ງຜ່ານສາງພັກສິນຄ້າທາງບົກ ແລະ ໜຶ່ງໃນນັ້ນກໍແມ່ນການສົ່ງທອງແດງຈາກເຊໂປນໄປຕ່າງປະເທດ. ພວກເຮົາຄາດວ່າຈະຂົນສົ່ງຢາງທີ່ຜະລິດຢູ່ລາວ 8 ຕູ້ຂົນສົ່ງສິນຄ້າ ໄປປະເທດມາເລເຊຍ ແລະ ປະທດອື່ນໆໃນພາກພື້ນອາທິດໜ້າ. ນອກຈາກນີ້ ພວກເຮົາຍັງສາມາດຊ່ວຍແກ້ບັນຫາການສົ່ງອອກສິນຄ້າກະສິກຳ ເຊັ່ນ ມັນຕົ້ນ, ຢາງ, ແລະ ເຂົ້າກິນ ເຊິ່ງພວກເຮົາບໍ່ເຄີຍສົ່ງອອກມາກ່ອນ. ສາງພັກສິນຄ້າທາງບົກດັ່ງກ່າວຈະຊ່ວຍຂົນສົ່ງສິນຄ້າທີ່ມີນໍ້າໜັກຫຼາຍກວ່າ 300 ກິໂລ ທີ່ບັນຈຸສິນຄ້າປະເພດຕ່າງກັນ ແຕ່ມີປາຍທາງດຽວກັນເຂົ້າດ້ວຍກັນ ເຊິ່ງຈະຊ່ວຍຫຼຸດຜ່ອນຕົ້ນທຶນ  ແລະ ປະຫຍັດເວລາ”.

ຜ່ານມາ ສປປ ລາວ ຈຳເປັນຕ້ອງໄດ້ນຳໃຊ້ຕູ້ຂົນສົ່ງສິນຄ້າຈາກທ່າເຮືອຂອງໄທ ແລະ ຫວຽດນາມ ເຊິ່ງຕູ້ເຫຼົ່ານັ້ນຈະຂົນສົ່ງສິນຄ້າຈາກ ສປປ ລາວ ໄປປະເທດທີ່ມີທ່າເຮືອທາງ ແລ້ວຈຶ່ງຂົນສົ່ງໄປຕ່າງປະເທດເຊິ່ງເຮັດໃຫ້ມີຕົ້ນທຶນການຂົນສົ່ງສິນຄ້າສູງ. ນອກຈາກນີ້ ຢູ່ສາງພັກສິນຄ້າທາງບົກຂອງພວກເຮົາກໍຍັງມີເຈົ້າໜ້າທີ່ພາສີກວດກາຕູ້ຂົນສົ່ງສິນຄ້າກ່ອນການສົ່ງອອກເຊິ່ງເຮັດໃຫ້ການຂົນສົ່ງຜ່ານແດນຢູ່ປະເທດອື່ນບໍ່ຈຳເປັນຕ້ອງເປີດຕູ້ຂົນສົ່ງສິນຄ້າເພື່ອກວດສອບອີກ.

ລະບົບດັ່ງກ່າວໄດ້ຮັບການທົດລອງເປັນໄລຍະເວລາ 03 ເດືອນ ແລະ ກຳລັງພັດທະນາ. ສາງພັກສິນຄ້າທາງບົກນີ້ ຈະຊ່ວຍຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງເຊິ່ງເປັນສິ່ງສຳຄັນສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ. ສິນຄ້າກະສິກຳ ແລະ ເມັດພືດ ຈາກເມືອງປາກຊ່ອງ ແຂວງຈຳປາສັກກໍຄືແຂວງອື່ນໆ ກໍສາມາດນໍາໃຊ້ຕູ້ຂົນສົ່ງສິນຄ້ານີ້ເພື່ອການສົ່ງອອກໄດ້ ຕົວຢ່າງ ການລຳລຽງຕູ້ຂົນສົ່ງສິນຄ້າຈາກທ່າເຮືອແຫຼມສະບັງຢູ່ປະເທດໄທມາສາງພັກສິນຄ້າຢູ່ແຂວງສະຫວັນນະເຂດແມ່ນໃຊ້ເວລາພຽງແຕ່ 2 ມື້ ທຽບກັບເມື່ອກ່ອນໃຊ້ເວລາເຖິງ 5 ມື້, ຕົ້ນທຶນການຂົນສົ່ງກໍຈະຖືກຕັດລົງຈາກ 4,320 ໂດຣາສະຫະລັດ ເຫຼືອພຽງ 1,460 ໂດຣາສະຫະລັດ ພ້ອມທັງ ບໍ່ຈຳເປັນຕ້ອງວາງເງິນມັດຈຳ 2,290 ໂດຣາສະຫະລັດຕື່ມອີກ.

ສາງພັກສິນຄ້າທາງບົກນີ້ ຈະຊ່ວຍອຳນວຍຄວາມສະດວກທາງດ້ານການຂົນສົ່ງໃຫ້ແກ່ນັກທຸລະກິດຢູ່ແຂວງສະຫວັນນະເຂດ ຊຶ່ງມີຫຼາຍກວ່າ 410 ບໍລິສັດ ທີ່ດຳເນີນທຸລະກິດຢູ່ເຂດເສດຖະກິດພິເສດ. ສາງພັກສິນຄ້າທາງບົກນີ້ ຕັ້ງຢູ່ ສວນສະຫວັນ (Savan Park), ເຂດເສດຖະກິດພິເສດ C ສະຫວັນເຊໂນ ເປັນສູນກາງການຄ້າ ແລະ ອຸດສາຫະກຳ ເຊິ່ງເປັນປະຕູເຊື່ອມຕໍ່ໄປສູ່ຕະຫຼາດໂລກ. ສວນສະຫວັນເຂດ C (Savan Park Zone C) ແມ່ນການລົງທຶນຮ່ວມກັນລະຫວ່າງລັດຖະບານລາວ ແລະ ບໍລິສັດ ພັດທະນາ ປາຊິຟິກກາ ຈຳກັດ.

ທ່ານ ໄຊຊະນະ ໄຊຍະກອນ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ມີຄຳເຫັນໃນກອງປະຊຸມສຳມະນາສຳມະນາວິໄສທັດປະຊາຄົມເສດຖະກິດອາຊຽນ 2025 ວ່າ ສາງພັກສິນຄ້າທາງບົກ ຈະຊ່ວຍໃຫ້ ສປປ ລາວ ສະໜອງການບໍລິການ, ດ້ານການຂົນສົ່ງສິນຄ້າ ແລະ ເຄື່ອງຂອງທີ່ດີຂື້ນ. ນອກຈາກນີ້ ພວກເຮົາຍັງສາມາດເກັບກຳລາຍຮັບຈາກການບໍລິການເຫຼົ່ານີ້ໄດ້ອີກດ້ວຍ ແລະ ກໍຍັງຊ່ວຍໃຫ້ສາມາດຂົນສົ່ງສິນຄ້າກະສິກຳໄດ້ໄວຂື້ນອີກ.

ແຫຼ່ງທີ່ມາ: ໜັງສືພິມວຽງຈັນທາມສ໌, ສະບັບວັນທີ 6 ກໍລະກົດ 2016

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?