ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກ ຄຳສັ່ງແນະນຳເພີ້ມຕີມ ສະບັບເລກທີ 1102/ອຄ.ກຂອ, ລົງວັນທີ 17 ມິຖຸນາ 2016 ກ່ຽວກັບ ການຜັນຂະຫຍາຍເນື້ອໃນຂໍ້ 4 ຂອງຄຳສັ່ງແນະນຳເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

ໂດຍຄຳສັ່ງສະບັບນີ້ ໄດ້ຊີ້ແຈ້ງ ເພື່ອໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໄດ້ເຂົ້າໃຈໃນລາຍລະອຽດວ່າ: “ຜະລິດຕະພັນໄມ້ສຳເລັດຮູບທີ່ສົ່ງອອກໄປຕ່າງປະເທດ ແມ່ນບໍ່ຈໍາເປັນຕ້ອງມີໃບອະນຸຍາດສົ່ງອອກ”, ອີງຕາມ ແຈ້ງການ ເລກທີ 1904/ອຄ.ກຂອ ລົງວັນທີ 30 ກັນຍາ 2011 ວ່າດ້ວຍຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ແລະ ແຈ້ງການເພີ້ມເຕີມ ເລກທີ 2857/ຫອຄ.ກຂອ ລົງວັນທີ 11 ພະຈິກ 2011 ກ່ຽວກັບການປັບປຸງເນື້ອໃນແຈ້ງການເລກທີ 1904/ອຄ.ກຂອ ລົງວັນທີ 30 ກັນຍາ 2011 ຂໍ້ 1.4. ດັ່ງນັ້ນ, ໃນຂໍ້ 4 ຂອງ ຄໍາສັ່ງແນະນໍາ ເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ທີ່ລະບຸວ່າສຳລັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງໃຫ້ຢຸດເຊົາການອອກໃບອະນຸຍາດສົ່ງອອກໄມ້ທຸກປະເພດລວມທັງໄມ້ຜ່ານ ສປປ ລາວ ໄປຕ່າງປະເທດໃນທຸກກໍລະນີ ຈຶ່ງໝາຍເຖິງໄມ້ທຸກຊະນິດ ນອກຈາກໄມ້ສໍາເລັດຮູບທີ່ໄດ້ລົບລ້າງການອອກໃບອະນຸຍາດ ສົ່ງອອກແຕ່ທ້າຍປີ 2011.

ຄຳສັ່ງແນະນຳເພີ້ມເຕີມສະບັບນີ້ ມີຜົນສັກສິດ ນັບວັນທີ 17 ມິຖຸນາ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?