ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 ກະຊວງກະສິກຳແລະປ່າໄມ້

                                                                                                          ເລກທີ   2109  /ກປ

                                                                                      ນະຄອນຫຼວງວຽງຈັນ, ວັນທີ່  27 ເມສາ 2016

ຄຳສັ່ງ

ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການນຳໃຊ້ມາດຕະການສຸຂານາໄມພືດ

ເພື່ອແກ້ໄຂຕໍ່ການແຈ້ງເຕືອນຂອງສະຫະພາບເອີຣົບ (EU)

-       ທ່ານ ຫົວໜ້າກົມປູກຝັງ;
-       ທ່ານ ຫົວໜ້າພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ
-       ທ່ານ ຫົວໜ້າດ່ານປ້ອງກັນພືດ.
-       ອີງຕາມກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 06/ສພຊ, ລົງວັນທີ 09 ທັນວາ 2008;
-       ອີງຕາມດຳລັບແນະນຳປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 229/ລບ, ລົງວັນທີ 31 ພຶດສະພາ 2012;
-       ອີງຕາມລຳລັດຂອງນາຍົກລັດຖະມົນຕີ ເລກທີ 262/ນຍ, ລົງວັນທີ 28 ມີຖຸນາ 2012 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້.
-       ອີງຕາມໜັງສືສະເໜີຂອງກົມປູກຝັງ ເລກທີ 0769/ກປຝ, ລົງວັນທີ 18 ເມສາ 2016.

  ໃນໄລຍະຜ່ານມາດ ສປປ ລາວ ໄດ້ສົ່ງອອກຜະລິດຕະພັນສິນຄ້າກະສິກຳ ໂດຍສະເພາະຜະລິດຕະພັນພືດໄປຍັງບັນດາປະເທດໃນພາກພື້ນ ແລະສາກົນ ນັບມື້ມີທ່າອ່ຽງເພີ້ມຂຶ້ນ, ອັນທີ່ຜົ້ນເດັ່ນ ພວກເຮົາສາມາດເຈາະເຂົ້າຕະຫຼາດສະຫະພາບເອີຣົບ (EU) ໄດ້, ສ້າງລາຍຮັບຈຳນວນບໍໜ້ອຍໃຫ້ແກ່ຜູ້ຜະລິດ ແລະຜູ້ປະກອບການ; ແຕ່ຕົກມາໃນທ້າຍປີ 2012 ມາຮອດປັບຈຸບັນນີ້, ພວກເຮົາ ໄດ້ຖືກແຈ້ງເຕືອນກ່ຽວກັບບັນຫາສັດຕູພືດຕິດແປດຈາກສະຫະພາບເອີຣົບ (EU) ເຖິງ 130ຄັ້ງ ແລະຮ້່ຍແຮງໄປກວ່ານັນ ມນຕົ້ນປີນີ້ (2016) ມີ 4 ກຸ່ມພືດ ຄື: ກຸ່ມຜັກບົວລະພາ (Basil, Ocimum spp), ກຸ່ມຜັກຫອມເປ (Chaphu, paper spp) ຖືກສະຫະພາບເອີຣົບ (EU) ຫ້າມສົ່ງອອກ ແລະນຳເຂົ້າ ໄປຍັງສະຫະພາບເອີຣົບ (EU). ສາເຫດຕົ້ນຕໍ ກໍຍ້ອນວ່າ: ຜະລິດຕະພັນພືດຜັກ ຈາກ ສປປ ລາວ ທີ່ສົ່ງເຂົ້າບັັນດາປະເທດເອີຣົບ ມີສັດຕູພືດຕິິດແປດໄປນຳ ແລະ ມີສານພິດຕົກຄ້າງໃນພືດ ແລະ ຜະລິດຕະພັນພືດ ເກີນຄ່າມາດຕະຖານກຳນົດ.

          ສະນັ້ນ, ຖ້າພວກເຮົາບໍ່ມີມາດຕະການແກ້ໄຂຕໍ່ການແຈ້ງເຕືອນດັ່ງກ່າວແລ້ວ ພວກເຮົາກໍຈະຖືກ ສະຫະພາບເອີຣົບ (EU) ນຳໃຊ້ມາດຕະກ່ນຫ້າມນຳເຂົ້າພືດ ແລະຜະລິດຕະພັນພືດຈາກ ສປປ ລາວ ຄືກັບການຫ້າມ 4 ກຸ່ມພືດດັ່ງກ່າວເທິງນັ້ນ, ເຮັດໃຫ້ພາບພົດ ບົດບາດການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝ!ຍ ລວມທັງລາຍຮັບຈາກການສົ່ງອອກຫຼຸດໜ້ອຍຖອຍລົງ. ເພື່ອແກ້ໄຂບັນຫາດັ່ງກ່າວ ໃຫ້ຕົກໄປຢ່າງຂາດຕົວນັ້ນ,

ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ອອກຄຳສັ່ງ:

1.    ໃຫ້ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນລວງວຽງຈັນ ເປັນເຈົ້າການປະສານສົມທົບກັບພາກສ່ວນທິ່ກ່ຽວຂ້ອງ ປະຕິບັດເດັດຂາດ, ເຂັ້ມງວດບາງວຽກງານ ດັ່ງນີ້:

1.1 ຢຸດຕິການອອກ ໃບຢັ້ງຢືນສຸຂານາໄມພືດຊົ່ວຄາວໃຫ້ແກ່ບັນດາບໍລິສັດ ທີ່ຖືກແຈ້ງເຕືອນຈາກສະຫະພາບເອີຣົບ (EU) ຈົນກ່າວຈະມີການປັບປຸງ ແລະສອດຄ່ອງກັບມາດຕະການສຸຂານາໄມ ພືດຂອງສະຫະພາບເອີຣົບ (ບັນດາບໍລິສັດ ທີ່ຖືກແຈ້ງເຕືອນຈາກສະຫະພາບເອີຣົບ ໄດ້ຄັດຕິດມາພ້ອມນີ້);

1.2 ຊີ້ນໍາພະນັກງານ ແລະເຈົ້າໜ້າທີ່ປ້ອງກັນພືດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ແລະພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສະກັດກັ້ນ ແລະຫ້າມອອກໃບຢັ້ງຢືນສຸຂານາໄມພືດ ໃຫ້ພືດ ແລະຜະລິດຕະພັນພືດ ທີ່ແອບອ້າງ ຫຼືປອມແປງແຫຼ່ງກຳເນີດຈາກ ສປປ ລາວ ເພື່ອສົ່ງອອກທີ່ບໍ່ຖືກຕ້ອງຕາມກົດໝ່ຍວ່າດ້ວຍການປ້ອງກັນພືດ, ດຳລັດແນະນຳປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ແລະມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ ສະບັບທີ 7 ແລະ 12 (ISPMs 7 ແລະ 12 );

1.3 ສືບຕໍ່ຊີ້ນໍາ ຂະແໜງປູກຝັງ ແລະຫ້ອງການກະສິກໍາ ແລະປ່າໄມປະຈໍາເມືອງ ໃນການໂຄຊະນາເຜີຍແຜ່ປັນດານິຕິກຳ ແລະເງື່ອນໄຂການນຳເຂົ້າພືດ ແລະຜະລິດຕະພັນພືດຂອງ ສະຫະພາບເອີຣົບ (EU) ໃຫ້ຜູ້ສົ່ງອອກພືດ ແລະຜະລິດຕະພັນພືດໄດ້ຮັບຮູ້, ເຂົ້າໃຈ ແລະສາມາດຈັດຕັ້ງໄດ້ຢ່າງຖືກຕ້ອງ.

2.    ໃຫ້ກົມປູກຝັງສືບຕໍ່ເປັນໃຈກາງປະສານສົມທົບກັບອົງການຈັດຕັ້ງສາກົນ ເພື່ອແກ້ໄຂບັນຫາດັ່ງກ່າວ ລວມທັງຊຸກຍູ້ ແນະນໍາບັນດາບໍລິສັດຖືກແຈ້ງເຕືອນຈາກສະຫະພາບເອີຣົບ (EU) ໃຫ້ສາມາດສົ່ງອອກໄປຍັງ ສະຫະພາບເອີຣົບ (EU) ໄດ້ຢ່າງຖືກຕ້ອງ;

3.    ໃຫ້ ກົມປູກຝັງ ລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ອົງການປ້ອງກັນພືດຂອງ ສະຫະພາບເອີຣົບ (EU), ພ້ອມທັງຜັນຂະຫຍາຍຄຳສັ່ງສະບັບນີ້ ອອກເປັນຄຳແນະນຳ ແລະປຶ້ມຄູ່ມືວິຊາການ ເປັນອັນລະອຽດເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

4.    ໃຫ້ ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ ກວດກາຄືນ ລະບົບການກວດກາ ແລະຢັ້ງຢືນສຸຂານາໄມພືດຂອງພະນັກງານ, ເຈົ້າໜ້າທີ່ປ້ອງກັນພືດ ແລະບໍລິສັດທີ່ສົ່ງອອກ ເພື່ອລາຍງານ ກະຊວງກະສິກຳ ແລະປ່າໄມ້ ຮັບຊາບພາຍໃນກາງເດືອນ ມີຖຸນາ 2016, ຖ້າພົບເຫັນມີການກະທຳຜິດ ແມ່ນໃຫ້ດຳເນີນມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 06/ສພຊ, ລົງວັນທີ 09 ທັນວາ 2008 ແລະກົດໝາຍອື່ນທີ່ກ່ຽວຂ້ອງ;

5.    ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ໃນການຈັດຕັ້ງປະຕິບັດຕົວຈິງ, ຫາກພົບບັນຫາຫຍຸ້ງຍາກທີ່ບໍ່ສາມາດແກ້ໄຂໄດ້ ໃຫ້ລາຍງານການໍາກະຊວງກະສິກຳ ແລະປ່າໄມ້ ເພື່ອຫາວິທີແກ້ໄຂຢ່າງທັນການ.

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

(ເຊັນ ແລະ ປະທັບກາ)

ດຣ ເພັດ ພົມພີພັກ

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?