ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການປະຈໍາຂອງກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ (ກຂອຄ)  ໄດ້ຈັດກອງປະຊຸມ ທົບທວນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນທ້ອງຖິ່ນໃຫ້ແກ່ 06 ແຂວງ ພາກເໜືອ ໃນວັນທີ 19-20 ພຶດສະພາ 2016 ທີ່ໂຮງແຮມ ມິດຕະພາບ ແຂວງອຸດົມໄຊ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ຄຳເພົ້າ ສິລິສຸກ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໂດຍໄດ້ເຊື້້ອເຊີນຜູ້ເຂົ້າຮ່ວມຈາກຫ້ອງວ່າການແຂວງ, ພະແນກອຸດສາຫະກໍາ ແລະ   ການຄ້າ (ອຄ), ພະແນກພາສີ, ພະແນກກະສິກຳ ແລະ ປ່າໄມ້, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ພາກທຸລະກິດທີ່ກ່ຽວຂ້ອງຈາກ 06 ແຂວງພາກເໜືອ ເຂົ້າຮ່ວມທັງໝົດ 70 ທ່ານ. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສືບເນື່ອງມາຈາກ ກອງປະຊຸມ ທົບທວນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນທ້ອງຖິ່ນ ຢູ່ແຂວງພາກກາງ ແລະ ພາກໃຕ້ ທີ່ໄດ້ຈັດຢູ່ແຂວງສະຫວັນນະເຂດໃນວັນທີ 25-26 ກຸມພາ 2016 ທີ່ຜ່ານມາ.

ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ກ່ຽວກັບ ຄວາມຈໍາເປັນໃນການສ້າງຕັ້ງຈຸດປະສານງານຢູ່ຂັ້ນທ້ອງຖິ່ນ ໂດຍຊີ້ໃຫ້ເຫັນເຖິງ ຂໍ້ຫຍຸ້ງຍາກໃນການເກັບກຳຂໍ້ມູນ ເພື່ອດໍາເນີນການຄົ້ນຄວ້າ ແລະ ຊອກຫາວິທີການແກ້ໄຂບັນຫາໃຫ້ແກ່ ພາກທຸລະກິດຢູ່ຂັ້ນທ້ອງຖິ່ນ. ນອກນັ້ນ, ກຂອຄ ໄດ້ນໍາສະເໜີຄວາມຄືບໜ້າຂອງການປັບປຸງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ແລະ ວິທີການນໍາໃຊ້ສູນຂໍ້ມູນຂ່າວສານດັ່ງກ່າວ ໂດຍຊີ້ໃຫ້ເຫັນສະຖິຕິການເຂົ້າຊົມໃຊ້ເວັບໄຊ້, ການລົງເຜີຍແຜ່ຂໍ້ມູນຂ່າວສານບັນດານິຕິກໍາທີ່ພົວພັນເຖິງການຄ້າ ແລະ ວິທີການຊອກຫາຂໍ້ມູນຂ່າວສານຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າແຫ່ງ ສປປ ລາວ.

ກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນຕໍ່ການລາຍງານຂອງຫ້ອງການປະຈຳ ກຂອຄ ພ້ອມກັບໄດ້ຮັບຟັງການລາຍງານ ຂໍ້ສະດວກ ແລະ ຫຍຸ້ງຍາກໃນການດຳເນີນການນຳເຂົ້າ ແລະ ສົ່ງອອກ, ແລະ ຜ່ານແດນ ໂດຍພະແນກ ອຄ ແຂວງ ຢູ່ 06 ແຂວງ ແລະ ພາກທຸລະກິດ ຊຶ່ງໄດ້ຊີ້ໃຫ້ເຫັນວ່າ ການດຳເນີນເອກະສານຍັງໃຊ້ເວລາດົນ ແລະ ມີຕົ້ນທຶນສູງ. ບັນຫາຕົ້ນຕໍຂອງການອໍານວຍຄວາມສະດວກທາງດ້ານການຄ້າຂອງບັນດາແຂວງພາກເໜືອ ມີຄື: (1) ການ​ເຮັດ​ມອ​ບ​ເໝົາສົ່ງ​ອອກ​ສິນຄ້າ ​ເຮັດ​ໃຫ້​ບໍລິສັດ​ທີ່​ຂຶ້ນ​ທະບຽນວິສາຫະກິດບໍ່​ສາມ​າດສົ່ງ​ອອກ​ໄດ້​ໂດຍ​ກົງ ​ແລະ ​ເພີ່ມ​ຕົ້ນ​ທຶນ​ການ​ສົ່ງ​ອອກ; (2) ການ​ສົ່ງ​ອອກ​ເຄື່ອງ​ປ່າ​ຂອງ​ດົງ ມີ​ຄວາມ​ຫຍຸ້ງຍາກ ຍ້ອນ​ຕ້ອງຜ່ານ​ຫຼາຍ​ຂະ​ແໜງ​ການ ​ເຊັ່ນ: ​ກະສິກໍາ, ການ​ຄ້າ, ​ຊັບ​ສິນ; (3)​ ຂອດ​ການ​ປະສານ​ງານລະຫວ່າງ ຂະແໜງການ​ຄ້າ ກັບ​ຂ​ະ​ແໜງ​ການ​ອື່ນໆ  (​ເຊັ່ນ​: ກະສິກໍາ, ພາສີ) ຍັງ​ບໍ່ທັນ​ເປັນ​ເອກະ​ພາບ ​ເຮັດ​ໃຫ້​ເກີດ​ຄວາມ​ຊໍ້າ​ຊ້ອນ​ໃນ​ການ​ກວດກາ​ເອກະສານ​ ແລະ ​ເກີດຄວາມບໍ່​​ຊັດ​ເຈນ ​ໃນການ​ເກັບ​ກໍາ​ສະຖິຕິ​ການ​ຄ້າ; ແລະ (4) ການ​ສົ່ງ​ອອກ​ສິນຄ້າ​ທີ່​ເປັນ​ທ່າ​ແຮງ (​ເຊັ່ນ: ຢາງ​ພາລາ, ສາລີ ​​ແລະ ໝາກ​ເດ​ືອຍ) ຍັງ​ບໍ່​ໄດ້​ຮັບ​ສິດທິ​ພິ​ເສດສົ່ງ​ອອກ​ໄປຕະຫລາດ​ ສປ ຈີນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ທີ່ປະຊຸມໄດ້ເປັນເອກະພາບກັນດັ່ງນີ້: (1) ເຫັນຄວນມີຈຸດປະສານງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃນຂັ້ນທ້ອງຖິ່ນ ໂດຍມີຫ້ອງວ່າການແຂວງ ເປັນຫົວໜ້າ; (2) ແກ້​ໄຂ​ບັນຫາ​ການ​ເຮັດ​ມອບ​ເໝົາອາກອນ ສໍາລັບ​ການ​ສົ່ງ​ອອກ​ສິນຄ້າ​ກະສິກໍາ; (3) ພິຈາລະນາ​​ເພີ່ມ​ເວລາຂອງ​ສັນຍາ​ຄໍ້າປະກັນ​ກັບ​ກົມ​ພາສີ; (4) ສະ​ເໜີ​ໃຫ້​ກວດກາ​ຄືນ​ຄ່າ​ບໍລິການ​ຜ່ານສາງ ຢູ່​ດ່ານ​ບໍ່​ເຕັນ ​ແລະ ຂົວ​ມິດຕະພາບ 4; (5) ຄວນ​ມີ​ການ​ຍົກ​ເວັ້ນພາສີ ​ແລະ ອາກອນ​ຕາມ​​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ; (6) ​ເຜີຍ​​ແຜ່​ນິຕິ​ກໍາ​ທາງ​ດ້ານ​ການ​ຄ້າ​ໃຫ້​ແກ່​ ພະ​ແນ​ກ ອຄ ແຂວງ; ແລະ (7) ຂໍ​​​ສິດທິ​ພິ​ເສດການສົ່ງ​ອອກຜົນ​ຜະລິດ​ກະສິກໍາ (​ເຊັ່ນ: ຢາງພາລາ, ສາລີ ​ແລະ ໝາກ​ເດືອຍ) ຈາກ ສປ ຈີນ.

ກອງປະຊຸມດັ່ງກ່າວນີ້ ໄດ້ຮັບປະສິດທິຜົນດີເທົ່າທີ່ຄວນ ແລະ ສາມາດບັນລຸຄາດໝາຍທີ່ວາງໄວ້. ໃນຕໍ່ໜ້າ ຫ້ອງການປະຈຳ ກຂອຄ ມີແຜນຈະຈັດກອງປະຊຸມໃນລັກສະນະດຽວກັນສຳລັບແຂວງພາກກາງ.

ດາວໂຫຼດລາວ: ຜົນຂອງກອງປະຊຸມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?