ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ                                                       ເລກທີ 1535 /ກຂອ.ບຂອ
                                                                     ນະຄອນຫຼວງວຽງຈັນ, ວັນທີ 10 ພຶດສະພາ 2016

ບົດແນະນຳ

                    ຮຽນ: ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.
ເລື່ອງ: ແນະນຳວິທີການນຳໃຊ້ໃບອະນຸຍາດນຳເຂົ້າ, ສົ່ງອອກສິນຄ້າ ສະບັບປັບປຸງໃໝ່.

–  ອີງຕາມ ແຈ້ງການກ່ຽວກັບການນຳໃຊ້ໃບອະນຸຍາດນຳເຂົ້າ ແລະ ໃບອະນຸຍາດສົ່ງອອກ ສະບັບປັບປຸງໃໝ່  ເລກທີ 0472/ອຄ.ກຂອ, ລົງວັນທີ 10/3/2016.

     ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ການນຳໃຊ້ໃບອະນຸຍາດນຳເຂົ້າ, ສົ່ງອອກສິນຄ້າ ສະບັບປັບປຸງໃໝ່) ສຳລັບສິນຄ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ. ທັງນີ້, ກໍ່ເພື່ອໃຫ້ມີຄວາມສະດວກງ່າຍດາຍ, ຫຼຸດຜ່ອນຂັ້ນຕອນການປະກອບເອກະສານໃຫ້ແທດເໝາະກັບສະພາບຕົວຈິງໃນປະຈຸບັນ ແລະ ຄ່ອຍຫັນໄປສູ່ການນຳໃຊ້ລະບົບການ ອອກອະນຸຍາດແບບທັນສະໄໝ (E-License) ໃນອະນາຄົດເທື່ຶອລະກ້າວ. ກົມການນຳເຂົ້າ ແລະ ສົ່ງອອກ ຈຶ່ງສະເໜີໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການເຜີຍແຜ່ ແລະ ຊຸກຍູ້ໃຫ້ຄຳແນະນຳແກ່ຜູ້ປະກອບການ ຈັດຕັ້ງປະຕິບັດການນໍາໃຊ້ໃບອະນຸຍາດນໍາເຂົ້າ, ສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ດັ່ງນີ້:

1.         ຜູ້ຮ້ອງຂໍ ສາມາດດາວໂຫຼດແບບຟອມໃບອະນຸຍາດໄດ້ທີ່ ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າ www.laotradeportal.gov.la (ແນະນຳລະອຽດຂັ້ນຕອນການດາວໂຫຼດຄັດຕິດມາພ້ອມ) ຫຼື ສາມາດຂໍສຳເນົາ (Soft File) ໃບອະນຸຍາດນຳເຂົ້າ, ສົ່ງອອກສິນຄ້າ ຈາກໜ່ວຍງານອອກອະນຸຍາດທີ່ຕົນຮ້ອງຂໍ;

2.         ໃນກໍລະນີ, ຜູ້ປະກອບການທີຍັງບໍ່ທັນສາມາດນຳໃຊ້ລະບົບການຍື່ນຂໍແບບໃໝ່ໄດ້ ຜູ້ປະກອບການສາມາດສືບ ຕໍ່ນຳໃຊ້ລະບົບເກົ່າ ຈົນກວ່າຈະມີຄວາມພ້ອມ (ຊ້າສຸດບໍ່ໃຫ້ກາຍວັນທີ 30 ກັນຍາ 2016). ຫຼັງຈາກນັ້ນ, ແມ່ນໃຫ້ຫັນເຂົ້າສູ່ວິທີການຍື່ນໃບອະນຸຍາດນຳເຂົ້າ, ສົ່ງອອກແບບໃໝ່ແທນ;

3.         - ຜູ້ຮ້ອງຂໍ ຊຳລະເງິນຄ່າທຳນຽມໃບອະນຸຍາດ ທີ່ຫ້ອງການການເງິນຂອງກະຊວງອຸດສາຫະກຳ ແລະ ການຄ້າ ຕາມສິນຄ້າທີ່ຂັ້ນກະຊວງຄຸ້ມຄອງ ແລະ ຫ້ອງການການເງິນຂອງພະແນກອຸດສາຫະກຳ ແລະ ການຄ້າ ສະເພາະສິນຄ້າທີ່ຂັ້ນແຂວງຄຸ້ມຄອງ;

          - ສຳລັບຄ່າທຳນຽມ ແລະ ຄ່າບໍລິການ ໃນການອອກອະນຸຍາດນຳເຂົ້າ, ສົ່ງອອກ ທີ່ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງ ແມ່ນໃຫ້ອີງໃສ່ລັດຖະບັນຍັດປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ຖືກຮັບຮອງ ແລະ ປະກາດນຳໃຊ້ໃນແຕ່ລະໄລຍະ.

4.         ອາຍຸການນຳໃຊ້ໃບອະນຸຍາດ ແລະ ການເກັບມ້ຽນສຳເນົາໃບອະນຸຍາດ.

ລ/ດ

ປະເພດໃບອະນຸຍາດ

ນຳເຂົ້າ-ສົ່ງອອກ

ອາຍຸການນຳໃຊ້

ຈຳນວນເອກະສານ ແລະ ການສໍາເນົາເກັບມ້ຽນ

ຕົ້ນສະບັບ

(ຜູ້ຮ້ອງຂໍ)

ສຳເນົາ

ລວມຈຳນວນ

 ຂາເຂົ້າ-ຂາອອກ

ໜ່ວຍງານອອກ

ອະນຸຍາດ

 

 

I

1

 

2

3

4

5

 

 

ຂັ້ນກົມການນຳເຂົ້າ ແລະ ສົ່ງອອກ

ຍານພາຫະນະ/ພາຫະນະຮັບໃຊ້
ການຜະລິດທາງກົງ

ນ້ຳມັນເຊື້ອໄຟ

ອາຍແກ໊ດ

ເພັດຫຍາບ

ໄມ້ເສົາໂຊ

 

90 ວັນ

 

180 ວັນ

180 ວັນ

60 ວັນ

90 ວັນ

 

 


 

 

 

 

 

 

 

 

 

 

 

 

 

3 ສະບັບ

 

3 ສະບັບ

3 ສະບັບ

3 ສະບັບ

3 ສະບັບ

 

 

II

1

2

3

4

5

 

ພະແນກອຸດສາຫະກຳ ແລະ ການຄ້າ

ຍານພາຫະນະຮັບໃຊ້ການຜະລິດທາງກົງ

ເຫຼັກ, ຊີມັງ

ເຂົ້າສານ

ຜະລິດຕະພັນໄມ້ເຄີ່ງສຳເລັດຮູບ

ສານເຄມີ

 

90 ວັນ

 

60 ວັນ

60 ວັນ

90 ວັນ

90 ວັນ

 

 

 

 

 

 

 

 

 

 

 

3 ສະບັບ

 

3 ສະບັບ

3 ສະບັບ

3 ສະບັບ

3 ສະບັບ

 

 

ດັ່ງນັ້ນ, ຈື່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມບົດແນະນຳສະບັບນີ້ດ້ວຍ.

                                                                                      ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ

                                                                                                [ເຊັນ ແລະ ປະທັບຕາ]

                                                                                                ນ ບານສະຕິ ເທບພະວົງ

                                                                                      ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?