ອນບ່າຍຂອງວັນທີ 26 ມີຖຸນາ 2025, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ເເລະ ການຄ້າ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຕັ້ງກົນໄກການປະເມີນມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ, ຊຶ່ງໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ທ່ານ ເກດສະໜາ ພົມມະຈັກ, ຮອງລັດຖະມົົນຕີ ກະຊວງຍຸຕິທໍາ, ແລະ ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ກ່າວວ່າ: ປະຈຸບັນ ຫຼາຍປະເທດ ໄດ້ຫັນມານໍາໃຊ້ກໍາແພງທີ່ບໍ່ແມ່ນພາສີ ຫຼື ພວກເຮົາເອີ້ນກັນວ່າ: ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ເພື່ອປົກປ້ອງອຸດສາຫະກໍາພາຍໃນ ໂດຍສະເພາະ ແມ່ນການປົກປ້ອງສຸຂະພາບຂອງພືດ, ຄົນ, ສັດ, ຄວາມປອດໄພຂອງຜູ້ຊົມໃຊ້, ປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ, ຊຶ່ງການວາງມາດຕະການ NTMs ຫາກບໍ່ສອດຄ່ອງກັບຈຸດປະສົງທີ່ຕ້ອງການຈະບັນລຸ ຫຼື ເປັນເຄື່ອງມືກີດກັນທາງດ້ານ ການຄ້າໂດຍກົງ ຫຼື ຫຼາຍເກີນໄປ ແມ່ນຈະກາຍເປັນສິ່ງກີດຂວາງທາງດ້ານການຄ້າ (NTBs) ຊຶ່ງບໍ່ສອດຄ່ອງກັບພັນທະສັນຍາຂອງອົງການການຄ້າໂລກ ແລະ ອາຊຽນ.

ໃນໄລຍະຜ່ານມາ ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ສັງລວມ ແລະ ຈັດປະເພດມາດຕະການທີ່ບໍ່ແມ່ນພາສີ NTMs ເພື່ອເຜີຍແຜ່ ຕໍ່ໃຫ້ທຸກພາກສ່ວນຢູ່ພາຍໃນ ແລະ ພາຍນອກ ເປັນແຕ່ລະໄລຍະ ພ້ອມທັງໄດ້ມີການທົບທວນຄືນມາດຕະການຈໍານວນໜຶ່ງ ເພື່ອສະເໜີໃຫ້ຂະແໜງ ການທີ່ກ່ຽວຂ້ອງ ພິຈາລະນາປັບປຸງ. ແຕ່ການປະຕິບັດ ປັບປຸງນິຕິກໍາ ແລະ ມາດຕະການທາງການຄ້າ ຂອງຂະແໜງການທີ່ກ່ຽວຂ້ອງ ຍັງມີຄວາມລ່າຊ້າ ແລະ ພົບເຫັນສິ່ງທ້າທາຍຫຼາຍຢ່າງ ເຮັດໃຫ້ການແກ້ໄຂບັນຫາຕ່າງໆ ບໍ່ທັນກັບສະພາບການ.

ເພື່ອປະຕິບັດໃຫ້ສອດຄ່ອງກັບພັນທະສັນຍາຂອງອົງການການຄ້າໂລກ ແລະ ອາຊຽນ, ແນໃສ່ຫຼີກລ້ຽງຜົນກະທົບດ້ານລົບຕໍ່ການອໍານວຍຄວາມສະດວກທາງດ້ານດານຄ້າ ແລະ ແກ້ໄຂບັນຫາຕັ້ງແຕ່ຕົ້ນນໍ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ເເລະ ການຄ້າ ແລະ ກົມກົດໝາຍ, ກະຊວງຍຸຕິທຳ ຈິ່ງໄດ້ຈັດກອງປະຊຸມປຶກສາຫາລື ລະດົມແນວຄວາມຄິດໃນການສ້າງຕັ້ງກົນໄກປະເມີນຜົນກະທົບມາດຕະການທີ່ບໍ່ແມ່ນພາສີ NTMs ກ່ອນຈະຖືກຮັບຮອງ ຫຼື ປະກາດໃຊ້.

ກອງປະຊຸມໄດ້ຮັບຟັງການນໍາສະເໜີແນວທາງການສ້າງຕັ້ງກົນໄກປະເມີນຜົນກະທົບມາດຕະການ NTMs ແລະ ໄດ້ປຶກສາຫາລື ປະກອບປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ສອດຄ່ອງກັບເປົ້າໝາຍຈາກຜູ້ເຂົ້າຮ່ວມ, ຊຶ່ງໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ມອບໃຫ້ກົມການຄ້າຕ່າງປະເທດໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ສັງລວມຄໍາເຫັນຕ່າງໆ ເພື່ອຄົ້ນຄວ້າ, ປັບປຸງ, ເເລະ ສະເໜີຂັ້ນເທິງ ພິຈາລະນາ ແລະ ໃຫ້ທິດຊີ້ນໍາ.

 

Have you found this information useful ?
Please share your feedback below and help us improve our content.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?