ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ         ເລກທີ 3749/ກຂອ.ບຂອ
ກົມການນຳເຂົ້າ ແລະ ສົ່ງອອກ     ນະຄອນຫຼວງວຽງຈັນ, ວັນທີ 15 ສິງຫາ 2018

ແຈ້ງການ

ເຖິງ:  ບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ.

ເລື່ອງ: ລົບລ້າງໃບອະນຸຍາດສົ່ງອອກເພັດຫຍາບ (ໃບຂາວ) ແລະ ປັບປຸງຄະນະລົງກວດກາການນໍາເຂົ້າ ແລະ ສົ່ງອອກເພັດຫຍາບ.

  • ອີງຕາມ ຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 08 ກຸມພາ 2018.
  • ອີງຕາມ ບົດບັນທຶກກອງປະຊຸມ ຄັ້ງວັນທີ 05 ມີນາ 2018.

         ເພື່ອເປັນການຫຼຸດຜ່ອນຂັ້ນຕອນ, ເວລາໃນການນຳເຂົ້າ ແລະ ສົ່ງອອກສິນຄ້າໃຫ້ມີຄວາມສະດວກ ແລະ ສອດຄ່ອງກັບ ຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ທັງນີ້, ກໍ່ເພື່ອສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ດ້ວຍການປັບປຸງຂັ້ນຂອດບໍລິຫານຂອງພາກລັດໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວ.

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ:

1. ລົບລ້າງການອອກໃບອະນຸຍາດ ສົ່ງອອກເພັດຫຍາບ (ໃບຂາວຕາມເອກະສານຊ້ອນທ້າຍທີ 01) ໂດຍໃຫ້ນຳໃຊ້ໃບຢັ້ງຢືນແຫ່ງທີ່ມາຂອງເພັດຫຍາບແທນ (ໃບຢັ້ງຢືນ Kimberley Process Certificate “KPC” ເປັນໃບແຂງ) ຕາມເອກະສານຊ້ອນທ້າຍທີ 02;

2. ໃບຢັ້ງຢືນ KPC ສຳລັບການສົ່ງອອກເພັດຫຍາບ ປະກອບມີ 03 ສະບັບຄື: ຕົ້ນສະບັບຈະເປັນໃບແຂງ 01 ສະບັບ (ເພື່ອຄັດຕິດກັບເພັດຫຍາບທີ່ມີການສົ່ງອອກ) ແລະ ສໍາເນົາ 02 ສະບັບ (ກົມການນຳເຂົ້າ ແລະ ສົ່ງອອກ 01 ສະບັບ ແລະ ພາກທຸລະກິດ 01 ສະບັບ);

3. ການນຳເຂົ້າ ຫຼື ສົ່ງອອກເພັດຫຍາບ ແລະ ເພັດທີ່ເຈຍລະໄນແລ້ວ ທຸກຄັ້ງຕ້ອງມີຄະນະກຳມະການກວດກາ ຊຶ່ງປະກອບມີຜູ້ຕາງໜ້າຈາກກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກົມພາສີ, ກະຊວງການເງິນ. ເພື່ອຕິດຕາມກວດກາເພັດທີ່ຈະມີການນຳເຂົ້າ ຫຼື ສົ່ງອອກຕົວຈິງ ພ້ອມທັງເຮັດບົດບັນທຶກລົງກວດກາທຸກຄັ້ງ;

4. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ກັນຍາ 2018 ເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມ.
ສຸລິຍົນ ພິລາວົງ

 

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການກວດກາກ່ອນການສົ່ງອອກເພັດຫຍາບ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກເພັດຫຍາບຕ້ອງໄດ້ຮັບການກວດກາຈາກເຈົ້າໜ້າທີ່ຂອງກົມການນໍາເຂົ້າ ແລະ ສົ່ງອອກ (ກະຊວງອຸດສາຫະກໍາ ແລະ ການຄ້າ) ແລະ ເຈົ້າໜ້າທີ່ຂອງກົມພາສີ (ກະຊວງການເງິນ) ພ້ອມທັງເຮັດບົດບັນທຶກລົງກວດກາທຸກຄັ້ງ ແຈ້ງການ ກ່ຽວກັບ ລົບລ້າງໃບອະນຸຍາດສົ່ງອອກເພັດຫຍາບ (ໃບຂາວ) ແລະ ປັບປຸງຄະນະລົງກວດການການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ເລກທີ 3749/ກຂອ.ບຂອ, ລົງວັນທີ 15 ສິງຫາ 2018 9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາການນໍາເຂົ້າເພັດຫຍາບ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າເພັດຫຍາບຕ້ອງໄດ້ຮັບການກວດກາຈາກເຈົ້າໜ້າທີ່ຈາກກົມການນໍາເຂົ້າ ແລະ ສົ່ງອອກ (ກະຊວງອຸດສາຫະກໍາ ແລະ ການຄ້່າ) ແລະ ກົມພາສີ (ກະຊວງການເງິນ) ພ້ອມທັງເຮັດບົດບັນທຶກລົງກວດກາທຸກຄັ້ງ ແຈ້ງການ ກ່ຽວກັບ ລົບລ້າງໃບອະນຸຍາດສົ່ງອອກເພັດຫຍາບ (ໃບຂາວ) ແລະ ປັບປຸງຄະນະລົງກວດການການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ເລກທີ 3749/ກຂອ.ບຂອ, ລົງວັນທີ 15 ສິງຫາ 2018 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?