ສາລະບານ

I. ອົງການຮັບຜິດຊອບ
II. ພື້ນຖານບ່ອນອີງທາງດ້ານຫຼັກການ
III. ເງື່ອນໄຂໄດ້ແກ້ໄຂຂໍອະນຸຍາດນໍາເຂົ້າ-ສົ່ງອອກ
IV. ເງື່ອນໄຂເອກະສານຂໍອະນຸຍາດນໍາເຂົ້າ-ສົ່ງອອກ
V. ກໍານົດເວລາຄົ້ນຄ້ວາອອກໃບອະນຸຍາດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງປ້ອງກັນປະເທດ
ກົມໃຫ່ຍພະລາທິການ 
ກົມອຸດສາຫະກໍາປ້ອງກັນຊາດ          ເລກທີ 249 /ກອຊ
ນະຄອນຫຼວງວຽງຈັນ, ວັນທີ 08 ພະຈິກ 2011

                ເຖິງ: ກົມນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ

  • ອີງຕາມໃບສະເໜີເລກທີ 3804/ກຂອ.ບຂສ ເຖິງກົມອຸດສາຫະກໍາປ້ອງກັນຊາດ ໃນວັນທີ 12/10/2011 ຂອງກົມການນໍາເຂົ້າ ແລະ ສົ່ງອອກ.

ກົມອຸດສາຫະກໍາປ້ອງກັນຊາດ ຂໍແຈ້ງໃຫ້ທ່ານຊາບກ່ຽວກັບຂັ້ນຕອນ ແລະ ບ່ອນອີງອະນຸມັດນໍາເຂົ້າ-ສົ່ງອອກວັດຖຸລະເບີດ ແລະ ວັດຖຸດິບຮັບໃຊ້ການຜະລິດ ລະເບີດອຸດສາຫະກໍາຄືດັ່ງນີ້:

I. ອົງການຮັບຜິດຊອບ: ກົມອຸດສາຫະກໍາປ້ອງກັນຊາດ ກົມໃຫ່ຍພະລາທິການ ກະຊວງປ້ອງກັນປະເທດ. ຂ້າງເທິງ

II. ພື້ນຖານບ່ອນອີງທາງດ້ານຫຼັກການ

  1. ຂໍ້ຕົກລົງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເລກທີ 39/ນຍ, ລົງວັນທີ 12 ກໍລະກົດ 2001 ວ່າດ້ວຍລະບຽບການຄຸ້ມຄອງ ແລະ ນໍາໃຊ້ວັດຖຸລະເບີດອຸດສາຫະກໍາຢູ່ໃນ ສປປ ລາວ.
  2. ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ເລກທີ 2450/ກປທ, ລົງວັນທີ 5/8/2010 ກ່ຽວກັບການຄຸ້ມຄອງວັດຖຸລະເບີດອຸດສາຫະກໍາ ຢູ່ໃນ ສປປ ລາວ.
  3. ດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເລກທີ 180/ນຍ ລົງວັນທີ 07/07/2009 ວ່າດ້ວຍຂັ້ນຕອນອອກໃບອະນຸຍາດນໍາເຂົ້າ-ສົ່ງອອກສິນຄ້າ.
  4. ແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າກ່ຽວກັບສິນຄ້າຄວບຄຸມ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກແບບອັດຕະມັດ ແລະ ບໍ່ອັດຕະໂນມັດ ສະບັບເລກທີ 0826/ອຄ.ກຂອ, ລົງວັນທີ 03/05/2011.
  5. ແຈ້ງການກຽ່ວກັບສິນຄ້າເກືອດຫ້າມນໍາເຂົ້າ-ສົ່ງອອກ ສະບັບເລກທີ 0973/ອຄ.ກຂອ, ລົງວັນທີ 05/05/2011. ຂ້າງເທິງ

III. ເງື່ອນໄຂໄດ້ແກ້ໄຂຂໍອະນຸຍາດນໍາເຂົ້າ-ສົ່ງອອກ
   ຫົວໜ່ວຍທີ່ມີໃບອະນຸຍາດດໍາເນີນກິດຈະການ ແລະ ທຸລະກິດກຽ່ວຂ້ອງເຖິງ ວັດຖຸລະເບີດອຸດສາຫະກໍາ. ຂ້າງເທິງ

IV. ເງື່ອນໄຂເອກະສານຂໍອະນຸຍາດນໍາເຂົ້າ-ສົ່ງອອກ

ກ). ມີໃບສະເໜີຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກວັດຖຸລະເບີດອຸດສາຫະກໍາ.

ຂ). ມີໃບສັ່ງຊື້, ໃບແຈ້ງລາຄາສິນຄ້າ ແລະ ໃບຫຸ້ມຫໍ່ສິນຄ້າ.

ຄ). ມີໃບສັນຍາຊື້ຂາຍວັດຖຸລະເບີດອຸດສາຫະກໍາ ວັດຖຸດິບກັບບໍລິສັດຕ່າງປະເທດ.

ງ). ມີໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຈາກອົງການທີ່ມີສິດອະນຸມັດຂອງ ລັດຖະບານປະເທດທີ່ຈະສົ່ງອອກ ຫຼື ນໍາເຂົ້າ ໃຫ້ບໍລິສັດຕ່າງປະເທດ. ຂ້າງເທິງ

V. ກໍານົດເວລາຄົ້ນຄ້ວາອອກໃບອະນຸຍາດ
   ກ່ຽວກັບການສົ່ງເອກະສານຄົບຖ້ວນ ຖຶກຕ້ອງເໝາະສົມກັບເວລາ, ກົມອຸດສາຫະກໍາປ້ອງກັນຊາດຈະໄດ້ກວດເບິ່ງບໍ່ເກີນ 5-6 ວັນລັດຖະການ. ລະອຽດມີຕາຕະລາງເນື້ອໃນບັນດາບາດກ້າວຄື:

  1. ຂັ້ນຕອນບາດກ້າວ

ລ/ດ

ຂັ້ນຕອນບາດກ້າວ

ກໍານົດເວລາ

1

ຂາອອກ-ຂາເຂົ້າຮັບເອກະສານ ສົ່ງໃຫ້ກົມອຸດສາຫະກໍາຄົ້ນຄ້ວາ

2 ວັນ

2

ກວດເອກະສານຄົບຖ້ວນ, ບໍ່ຄົບຖ້ວນ, ປັບປຸງແກ້ໄຂເນື້ອໃນ

3 ວັນ

 

ເຊັນປະທັບຕາໃບອະນຸຍາດ ແລະ ເຊັນມອບຮັບໃບອະນຸຍາດ

1 ວັນ

ຂ້າງເທິງ

ຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ
ທ່ານ ກິລາກອນ ບຸນນະຜົນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?